ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ​ແລະ ​ເປີດ​ນຳ​ໃຊ້​ສະ​ໂມ​ສອນ​ກາງ​ແຈ້ງ ກົມ​ໃຫ່ຍການ​ເມືອງ​ກອງທັບ


ພິທີມອບ-ຮັບ ແລະ ເປີດນຳໃຊ້ສະໂມສອນກາງແຈ້ງ

     ພິທີມອບ-ຮັບ ແລະ ເປີດນຳໃຊ້ສະໂມສອນກາງແຈ້ງ ລະຫວ່າງ ບໍລິສັດ ສົມຫວັງ ຈະເລີນກໍ່ສ້າງຂົວ-ທາງຈໍາກັດ ແລະ ກົມໃຫຍ່ ການເມືອງກອງທັບ
ໄດ້ຈັດຂຶ້ນໃນຕອນແລງຂອງ ວັນທີ 21 ທັນວາ ນີ້, ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈຳ
ພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ ການເມືອງກອງທັບ, ມີບັນດາສະຫາຍຄະນະນຳກະຊວງ, ກົມໃຫຍ່, ຫ້ອງວ່າການ, ກົມ ວິທະຍາສາດ-
ປະຫວັດສາດ ການທະຫານ, ປະທານບໍລິສັດ ແລະ ບັນດາຄະນະພັກ-ຄະນະບັນຊາບັນກົມກອງອ້ອມຂ້າງ ກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.

     ໃນພິທີ ສະຫາຍ ສົມຫວັງ ມາລິຍາ ປະທານບໍລິສັດ ສົມຫວັງ ຈະເລີນກໍ່ສ້າງຂົວ-ທາງຈໍາກັດ ໄດ້ຂຶ້ນລາຍງານຜົນສຳເລັດ ຂອງການຈັດຕັ້ງປະຕິບັດ
ໂຄງການກໍ່ສ້າງສ້ອມແປງສະໂມສອນກາງແຈ້ງ ຂອງກົມໃຫ່ຍການເມືອງກອງທັບ ເຊິ່ງປະກອບດ້ວຍ 2 ສັນຍາ ຄື: ສັນຍາວຽກໄລຍະ I ເລີ່ມປະຕິບັດ ແຕ່
ວັນທີ 1/6/2019 ເຖິງວັນທີ 31/03/2020 ເປັນເວລາ 10 ເດືອນສໍາເລັດ, ສັນຍາວຽກໄລຍະ II ເລີ່ມປະຕິບັດ ແຕ່ວັນທີ 01/06/2020 ເຖິງວັນທີ
31/10/2020 ເປັນເວລາ 65 ເດືອນສໍາເລັດຕາມແຜນການຂອງສັນຍາ. ເຊິ່ງລວມມູນຄ່າທັງໝົດໃນສັນຍາໄລຍະ I ແລະ ໄລຍະ II ມີມູນຄ່າທັງໝົດ
6.458.330.000 ກີບ. ບໍລິສັດ ສົມຫວັງ ຈະເລີນກໍ່ສ້າງຂົວ-ທາງຈໍາກັດ ໄດ້ສຸມກຳລັງເຫື່ອແຮງ ແລະ ວັດຖຸເຂົ້າໃນໂຄງການ ຢ່າງເຕັມທີ່ ເຖິງແມ່ນສະ
ພາບເສດຖະກິດການເມືອງ, ການເງິນຈະພົບຂໍ້ຫຍຸ້ງຍາກ; ແຜນການງົບປະມານລ່າຊ້າ ບວກກັບຜົນກະທົບຈາກການແຜ່ລະບາດ ຂອງພະຍາດໂຄວິດ-19
ແຕ່ທາງບໍລິສັດຂ້າພະເຈົ້າກໍໄດ້ຕັດສິນໃຈປະຕິບັດໂຄງການໃຫ້ສໍາເລັດຕາມແຜນ, ເຊິ່ງໂຄງການດັ່ງກ່າວນີ້ໄດ້ເລີ່ມປະຕິບັດມາແຕ່ ວັນທີ 01/06/2019
ຈົນເຖິງວັນທີ 13/10/2020 ແລະ ໄດ້ກວດກາວຽກສໍາເລັດ 100% ມາຮອດມື້ນີ້ຄື ວັນທີ 21 ທັນວາ 2020 ຈຶິ່ງໄດ້ມອບ-ຮັບຢ່າງເປັນທາງການ. ພ້ອມ
ທັງກ່າວມອບໂຄງການດັ່ງກ່າວນີ້ຄືນ ໃຫ້ເຈົ້າຂອງໂຄງການກໍຄື ກົມໃຫຍ່ການເມືອງກອງທັບ ເປັນຜູ້ປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ຕໍ່ໄປ.

     ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ກໍໄດ້ຕາງໜ້າໃຫ້ ຄະນະກົມໃຫຍ່ການ
ເມືອງກອງທັບ ມີຄໍາເຫັນກ່າວຮັບ ແລະ ມອບຕໍ່ ໃຫ້ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເປັນຜູ້ຄຸ້ມຄອງປົກປັກຮັກສາ ແລະ ນຳໃຊ້. ຈາກນັ້ນ,
ກໍໄດ້ເຊັນບົດບັນ ທຶກມອບ-ຮັບ ສະໂມສອນກາງແຈ້ງ ລະຫວ່າງ ບໍລິສັດ ສົມຫວັງ ກໍ່ສ້າງຂົວ-ທາງຈຳກັດ ກັບ ກົມໃຫຍ່ ການເມືອງກອງທັບ ຢ່າງເປັນ
ທາງການ.