ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບຖອດຖອນບົດຮຽນວຽກງານ​ເຄືອ​ຂ່າຍປ້ອງກັນຊາດ
ແລະ ຄວາມໝັ້ນຄົງ ອາຊຽນ ຄົບຮອບ 10 ປີ


ທ່ານ ພົນ​ຕີ ອ່ອນ​ສີ ​ແສນ​ສຸກ ຮອງລັດຖະມົນຕີ ກະຊວງ​ປ້ອງ​ກັນ​ປະ​ເທດ ​​ເປັນ​ປະທານ​ກອງ​ປະຊຸມ

     ວັນທີ 21 ຕຸລາ 2020 ນີ້, ຢູ່ທີ່ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດໄດ້ມີ​ພິທີຈັດຕັ້ງ ກອງປະຊຸມສະຫຼຸບຖອດຖອນ
ບົດຮຽນວຽກງານ​ເຄືອ​ຂ່າຍປ້ອງກັນຊາດ ແລະຄວາມໝັ້ນຄົງອາຊຽນ ຄົບຮອບ 10 ປີ (2007-2016) ຂຶ້ນໂດຍການເປັນປະທານຂອງ ທ່ານ ພົນຕີ ອ່ອນ
ສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະບັນດາກົມກອງອ້ອມ
ຂ້າງ ກະຊວງພ້ອມ​ດ້ວຍບັນດາຜູ້ຕາງໜ້າຈາກ ວິທະຍາຄານ, ບັນດາສະຫາຍ ທີ່ເຮັດວຽກພົວພັນຕ່າງປະເທດກົມກອງອ້ອມຂ້າງ ກະຊວງປ້ອງກັນປະເທດ
ແລະກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.

     ກອງປະຊຸມຄັ້ງ​ນີ້ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ສະຫຼຸບ
ຄືນວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄົບຮອບ 10 ປີ ຜ່ານມາເຫັນວ່າ ສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຫຼື ເອີ້ນກັນ
ວ່ານາດີ (NADI) ມີຈຸດປະສົງ ເພື່ອສະໜັບສະໜູນ ແລະ ສະໜອງຂໍ້ມູນຕ່າງໆ ທີ່ເປັນແນວຄວາມຄິດໃໝ່ໆ ແລະ ແຜນນະໂຍບາຍປ້ອງກັນຊາດ, ຄວາມ
ໝັ້ນຄົງໃຫ້ແກ່ ລັດຖະມົນຕີປ້ອງກັນປະເທດ ອາຊຽນໃນການເຂົ້າຮ່ວມກອງປະຊຸມເຄືອຂ່າຍຄວາມໝັ້ນຄົງອາຊຽນ ທີ່ໄດ້ຜັດປ່ຽນກັນຈັດກອງປະຊຸມຂຶ້ນ
ໃນແຕ່ລະປີລຽງຕາມຕົວອັກສອນຄືກັນກັບກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ຫຼື ເອດີເອັມເອັມ (ADMM).

     ຈຸດປະສົງຂອງ NADI ແມ່ນ ເພື່ອສ້າງກາລະໂອກາດໃຫ້ແກ່ບັນດານັກຄົ້ນຄວ້າໄດ້ຮ່ວມກັນຄົ້ນຄວ້າກັບ ສະຖາບັນປ້ອງກັນຊາດ ຂອງແຕ່ລະປະເທດ
ເພື່ອປຶກສາຫາລືກ່ຽວກັບການຮ່ວມມືຂອງ (ADMM) ແລະ ADMM ບວກ ເພື່ອຍົກເອົາບັນຫາວຽກຂຶ້ນມາຄົ້ນຄວ້າ ແລະ ວິເຄາະ, ວິໄຈຕີລາຄາສະພາບ
ການເພື່ອລາຍ ງານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຂອງຕົນເພື່ອນຳເອົາໄປຄົ້ນຄວ້າໃນກອງປະຊຸມ ADMM ບັນດາປະເທດທີ່ເຮັດວຽກ ເຄືອຂ່າຍ
ປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນມີທັງໝົດ 13 ສະຖາບັນ ປະກອບດ້ວຍ 1 ສະຖາບັນປ້ອງກັນຊາດ ແລະ ສຶກສາຍຸດທະສາດ ກະຊວງປ້ອງກັນປະ
ເທດ ບຣູໄນ, 2 ກົມໃຫຍ່ນະໂຍບາຍ ແລະ ການຕ່າງປະເທດ, ກະຊວງປ້ອງກັນປະເທດກຳປູ ເຈຍ , 3 ສູນສຶກສາຍຸດທະສາດ ກະຊວງປ້ອງກັນປະເທດ ອິນ
ໂດນີເຊຍ , 4 ມະຫາວິທະຍາໄລປ້ອງກັນຊາດ ອິນໂດນີເຊຍ, 5 ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ​ແຫ່ງ ສປປ ລາວ,
6 ສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ກະຊວງປ້ອງກັນປະເທດ ມາເລເຊຍ , 7 ມະຫາວິທະຍາໄລປ້ອງກັນຊາດ ມາເລເຊຍ, 8 ຫ້ອງການເຝິກອົບ
ຮົມກອງທັບ ມຽນມາ, ກະຊວງປ້ອງກັນປະເທດ ມຽນມາ, 9 ວິທະຍາໄລປ້ອງກັນຊາດ ຟີລິບປິນ, 10 ຫ້ອງການສຶກສາຍຸດທະສາດ ແລະ ການຄຸ້ມຄອງຍຸດ
ທະສາດ, ກະຊວງປ້ອງກັນປະເທດ ຟິລິບປິນ, 11 ສະຖາບັນຄົ້ນຄວ້າສາກົນ ຣັດຈາຣັດນາມ, ມະຫາວິທະຍາໄລເຕັກໂນໂລຊີ ນັນຢາງ, ສິງກະໂປ , 12 ສູນ
ກາງສຶກສາຍຸດທະສາດ, ສະຖາບັນປ້ອງກັນປະເທດໄທ ແລະ 13 ສະຖາບັນຍຸດທະສາດປ້ອງກັນຊາດ, ກະຊວງປ້ອງກັນ ປະເທດ ຫວຽດນາມ . ການເຄື່ອນ
ໄຫວຜ່ານມາໄດ້ເຂົ້າຮ່ວມກອງປະຊຸມທັງໝົດ 41 ຄັ້ງ, ມີກອງປະຊຸມປະຈຳປີ 10 ຄັ້ງ, ກອງປະຊຸມສຳມະນາ 24 ຄັ້ງ, ກອງປະຊຸມສາກົນ 2 ຄັ້ງ, ກອງປະຊຸມ
ວົງແຄບ 5 ຄັ້ງ, ກົມວິທະຍາສາດ-ປະຫວັດສາດ ການທະຫານ ເປັນເຈົ້າພາບກອງປະຊຸມນາດີ 9 ຄັ້ງ, ໃນນັ້ນໄດ້ແປເອກະສານຕ່າງໆ ທີ່ກ່ຽວຂ້ອງທີ່ເປັນພາ
ສາລາວ ມາເປັນ ພາສາອັງກິດ ໄດ້ 1361 ໜ້າໃນນັ້ນຄະນະຮັບຜິດຊອບ ກະຊວງປ້ອງກັນປະເທດ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມ NADI 2
ຄັ້ງຢູ່ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງເຊິ່ງທັງສອງກອງປະຊຸມແມ່ນມີຄວາມໝາຍຄວາມສຳຄັນຕໍ່ ສປປ ລາວ ໂດຍສະເພາະ ກອງທັບປະຊາຊົນລາວ
ຕໍ່ກັບປະເທດ ອາຊຽນ ມີຜົນສຳເລັດເປັນຢ່າງດີສະຫຼຸບລວມແລ້ວ ໃນຕະຫຼອດໄລຍະ 10 ກວ່າ ປີຜ່ານມາຄະນະຮັບຜິດຊອບໄດ້ພ້ອມກັນເຮັດສຳເລັດໜ້າ
ທີ່ຕາມການມອບໝາຍຂອງ ກະຊວງປ້ອງກັນປະເທດ ເປັນຢ່າງດີ ແລະ ຈະສືບຕໍ່ໃນຊຸມປີຕໍ່ໜ້າໃຫ້ດີຂຶ້ນເລື້ອຍໆ.