ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ແລະ ເປີດນຳໃຊ້ໂຮງໝໍ 119 ກຸ່ມບ້ານຄັງວຽງ


ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ຫົວໜ້າ ກົມໃຫຍ່ພະລາທິການ ກອງທັບ

     ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຮງໝໍ 119 ກຸ່ມບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 20 ຕຸລານີ້, ໂດຍການເປັນປະທານຂອງ ສະຫາຍ
ພົນຕີ ປອ ວົງຄຳ ພົມມະກອນ ຫົວໜ້າ ກົມໃຫຍ່ພະລາທິການ ກອງທັບ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບົວສອນ ສີນວນທອງ ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງໆ
ຊຽງຂວາງ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ຄອບຄົວການນຳ, ອຳນາດການປົກຄອງບ້ານ, ສາທາລະນະສຸກແຂວງ, ປກສ ບ້ານ ພ້ອມດ້ວຍພໍ່ແມ່ປະຊາ
ຊົນອ້ອມຂ້າງເຂົ້າຮ່ວມເປັນສັກຂີພະຍານ.

     ທ່ານ ດວງຈັນ ດວງປະເສີດ ປະທານ ບໍລິສັດສະຫວັນໄຊ ກໍ່ສ້າງການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງໝໍ 119 ກຸ່ມ ບ້ານຄັງວຽງ
ເມືອງໝອກ ແຂວງຊຽງຂວາງ ເປັນໂຄງການຂອງລັດຖະບານ ໂດຍມອບໃຫ້ ກະຊວງປ້ອງກັນປະເທດ ເປັນຜູ້ຄຸ້ມຄອງໂດຍ ໃຫ້ບໍລິສັດ ສະຫວັນໄຊ ກໍ່ສ້າງການຄ້າຂາເຂົ້າ-
ຂາອອກ ຈຳກັດຜູ້ດຽວ ເປັນຜູ້ລົງທຶນກ່ອນ 100% ມູນຄ່າ 10 ຕື້ກວ່າກີບ ເຊິ່ງເປັນອາຄານ 1 ຊັ້ນປະກອບມີ ຕຶກອຳນວຍການ ຂະໜາດ 12x33 ແມັດ, ເຮືອນນອນໂສດ
2 ຫຼັງ ຂະໜາດ 20x10 ແມັດ, ເຮືອນນອນຄົນເຈັບ 2 ຫຼັງຂະໜາດ 36x39 ແມັດ ໃນນັ້ນມີຫ້ອງນ້ຳລວມ 2 ຫຼັງ, ຫ້ອງຜ່າຕັດຂະໜາດ 22x16 ແມັດ, ຫ້ອງລັງສີຂະ
ໜາດ 10x8 ແມັດ, ຕຶກປິ່ນປົວທົ່ວໄປ ຂະໜາດ 8x72 ແມັດ, ພະແນກບໍລິຫານ 2 ຫຼັງ ຂະໜາດ 7x36 ແມັດ, ເຮືອນຄົວລວມ ຂະໜາດ 15x12 ແມັດ ແລະ ສາງເຄື່ອງ
1 ຫຼັງ ຂະໜາດ 10x12 ແມັດ ເຊິ່ງການກໍ່ສ້າງ ມາຮອດປັດຈຸບັນໄດ້ສຳເລັດ 100% ກ່າວມອບໂດຍທ່ານ ດວງຈັນ ດວງປະເສີດ ປະທານບໍລິສັດ ສະຫວັນໄຊ ກໍ່ສ້າງການ
ຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍ ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າ ກົມເສນາຮັກ ກົມໃຫຍ່ພະລາທິການ ກອງທັບພ້ອມຄະນະ ໂຄງການ
ດັ່ງກ່າວນີ້ມອບໃຫ້ກຸ່ມ ບ້ານ ຄັງວຽງ ເປັນຜູ້ຄຸ້ມຄອງປົກປັກຮັກສາ ແລະ ນຳໃຊ້ນັບແຕ່ມື້ລົງລາຍເຊັນມອບເປັນຕົ້ນໄປ.