ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດນຳໃຊ້ໂຮງງານຜະລິດນຳ້ດື່ມຂອງຫ້ອງການຊາວໜຸ່ມກອງທັບ

     ຫ້ອງການຊາວໜຸ່ມກອງທັບ ໄດ້ຈັດພິທີເປີດການນຳໃຊ້ໂຮງງານຜະລິດນໍ້າດື່ມຂອງຊາວໜຸ່ມກອງທັບ ໃນວັນທີ 21 ກັນຍາ 2017 ນີ້, ໂດຍການ
ເປັນປະທານ ຂອງທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ມີຄະ
ນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງອ້ອມຂ້າງ ແລະ ແຂກທີ່ຖືເຊີນເຂົ້າຮ່ວມ.


ພົນຈັດຕະວາ ວັນທອງ ກອງມະນີ ເປັນປະທານ ພິທີເປີດການນຳໃຊ້ໂຮງງານຜະລິດນໍ້າດື່ມຂອງຊາວໜຸ່ມກອງທັບ

     ພັນເອກ ສົມພົງ ແພງປັນຍາ ຫົວໜ້າຫ້ອງການຊາວໜຸ່ມກອງທັບໄດ້ໃຫ້ຮູ້ວ່າ: ໂດຍໄດ້ຮັບການຊີ້ນຳ ແລະ ຕົກລົງອະນຸມັດຈາກກົມໃຫຍ່ການເມືອງ
ກອງທັບ ໃຫ້ຫ້ອງການຊາວໜຸ່ມກອງທັບເປັນເຈົ້າຂອງໂຄງານຮັບຜິດຊອບກໍ່ສ້າງໂຮງງານນ້ຳດື່ມບໍລິສຸດຊາວໜຸ່ມກອງທັບນັ້ນ ໂຄງການດັ່ງກ່າວແມ່ນໄດ້
ລົງມືກໍ່ສ້າງມາຕັ້ງແຕ່ວັນທີ 9/1/2017 ແລະ ສຳເລັດຕາມແຜນການ ເຊິ່ງລະບົບການກໍ່ສ້າງພຶ້ນຖານໂຄງລ່າງຂອງໂຮງງານມີຂະໜາດ 8x12 ແມັດ ເຮັດ
ດ້ວຍເບຕົງເສີມເຫຼັກ, ຝາກໍ່ດ້ວຍດິນບ໋ອກ, ຫຼັງຄາມຸງດ້ວແຜ່ນອາລູຊິງຕິດກັນແຜ່ນຄວາມຮ້ອນ ເຊິ່ງໃນໂຮງງານປະກອບມີຫ້ອງບັນຈຸຖັງເກັບນ້ຳ, ຫ້ອງ
ເຄື່ອງຈັກ, ຫ້ອງຮ່າຍນ້ຳ, ບ່ອນລ້າງກະຕຸກ, ບ່ອນເກັບມ້ຽນຜະລິດຕະພັນນ້ຳດື່ມ, ບ່ອນເກັບມ້ຽນຕຸກເປົ່າ, ຫ້ອງການເຮັດວຽກຂອງພະນັກງານຮັບຜິດຊອບ
ໂດຍໂຮງງານສາມາດຜະລິດໄດ້ 3 ຂະໜາດບັນຈຸຄື: ຂະໜາດບັນຈຸຕຸກ 20 ລິດ, ຂະໜາດບັນຈຸຕຸກ 600 ມີນລີລິດ ແລະ ຂະໜາດບັນຈຸຕຸກ 350 ມິນ
ລີລິດ ສ່ວນກຳລັງການຜະລິດໃນປັດຈຸບັນແມ່ນໄດ້ໝູນໃຊ້ພະນັກງານພາຍໃນ ຫ້ອງການຊາວໜຸ່ມໂດຍໄດ້ຮັບການແນະນຳ ແລະ ເຝິກອົບຮົມຈາກວິຊາ
ການພາຍນອກ, ຂັ້ນຕອນໃນການຜະລິດນໍ້າດື່ມແມ່ນ ໄດ້ນຳໃຊ້ລະບົບກັ່ນຕອງດ້ວຍລະບົບຣີເວີສໂອສໂມຊິສ, ຂ້າເຊື້ອດ້ວຍລະບົບໂອໂຊນ ແລະ ແສງ
ອຸນຕຣາໄວໂອເລັດ ພ້ອມນີ້ຍັງໄດ້ຮັບໃບຢັ້ງຢືນຄຸນນະພາບຈາກກົມອາຫານ ແລະ ຢາຈາກກະຊວງສາທາລະນະສຸກ ເລກທະບຽນ ກອຢ/ຜນ 10710637
ແລະ ໄດ້ຮັບການຈົດທະບຽນ ຢ່າງຖືກຕ້ອງຕາມລະບຽບກົດໝາຍໃນວັນທີ 3/7/2017. ໂຮງງານຫຼັງນີ້ແມ່ນໄດ້ຮັບການປະກອບສ່ວນຊຸກຍູ້ອຸປະຖໍາຈາກ
ບັນດາໜ່ວຍຊາວໜຸ່ມກົມກອງອ້ອມຂ້າງ ແລະ ບໍລິສັດເອກະຊົນຕ່າງໆລວມມູນຄ່າກໍ່ສ້າງທັງໝົດ 345.789.000 ກີບ.