ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ກະຊວງປ້ອງກັນປະເທດ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງເລື່ອນຊັ້ນຈາກຊັ້ນ ພັນໂທ ຂຶ້ນ ພັນເອກ ຈຳນວນ 35 ສະຫາຍ ໃນວັນທີ 19 ມິຖຸນາ
2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມ ການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະ
ນະພັກ-ຄະນະນຳກະຊວງ ປ້ອງກັນປະເທດ, ພະນັກງານຫຼັກແຫຼ່ງ ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະພັກກະຊວງ ຮອງຫົວໜ້າ ກົມໃຫຍ່ ການເມືອງກອງທັບ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ
ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ແລະ ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນນັ້ນໄດ້ຮັບການເລື່ອນຊັ້ນ ພັນເອກ ມີ ສະ
ຫາຍ ພັນໂທ ຄໍາສຸກ ຄໍາເລືອງເທບ ຮອງຫົວໜ້າ ຫ້ອງອົບຮົມການບິນ ກອງບັນຊາການທະຫານອາກາດ, ສະຫາຍ ພັນໂທ ວັນເພັດ ນາມວົງສັກ ຮອງຮັບຜິດຊອບວຽກ
ງານອົບຮົມ ຫົວໜ້າ ພະແນກອົບຮົມການບິນກອງພັນໃຫຍ່ 702, ສະຫາຍ ພັນໂທ ຄໍາເຫຼັກ ວົງດອນໄຊ ຮອງຫົວໜ້າ ກົມກົດລັບກົມໃຫຍ່ເສນາທິການ ກອງທັບ, ສະ
ຫາຍ ພັນໂທ ອໍາພັນ ໄຊຍາສຸບັດ ຮອງຫົວໜ້າ ກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນໂທ ຄໍາສີ ລີຝຸງ ອໍານວຍການ ຫໍພິພິທະພັນປະຫວັດ
ສາດກອງທັບ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນໂທ ອໍາເພັດ ພົມມະກອນ ຮອງອົງການໄອຍະການທະຫານຂັ້ນສູງ ກົມໃຫຍ່ການເມືອງ ກອງທັບ, ສະຫາຍ ພັນ
ໂທ ຈະເລີນສຸກ ວັງເວີນໂຂງ ອໍານວຍການວິທະຍຸ-ໂທລະພາບ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນໂທ ສຸລິໄຊ ສິດທິເດດ ຮອງຫົວໜ້າ ກົມຂົນສົ່ງກົມໃຫຍ່ພະ
ລາທິການກອງທັບ, ສະຫາຍ ພັນໂທ ສົມພິນ ພົມມະຈັນ ຮອງຫົວໜ້າ ກົມອຸປະໂພກ-ບໍລິໂພກກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນໂທ ຟອງສະໝຸດ ພົນທິລາດ
ຫົວໜ້າ ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພັນໂທ ໄວຍາກອນ ເພັດສະລາດ ຮອງຫົວໜ້າ ການທະຫານ, ຫົວໜ້າ ຫ້ອງເສນາທິການກອງບັນຊາ
ການທະຫານແຂວງ ໄຊຍະບູລີ, ສະຫາຍ ພັນໂທ ຫຼອດ ນັນທະວົງ ຮອງຫົວໜ້າ ການທະຫານ, ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານ ແຂວງເຊກອງ, ສະ
ຫາຍ ພັນໂທ ສະຫງົບ ຈັນທະໜອມ ຮອງຫົວໜ້າ ຫ້ອງເຕັກນິກກອງບັນຊາການທະຫານອາກາດ, ສະຫາຍ ພັນໂທ ສີນວນ ວົງນາໄຊ ຮອງຮັບຜິດຊອບວຽກງານອົບຮົມ,
ຫົວໜ້າພະແນກອົບຮົມການບິນກອງພັນໃຫຍ່ 703, ສະຫາຍ ພັນໂທ ຄໍາໃສ ສຸດ ທາພັນ ຮອງຫົວໜ້າການທະຫານ, ຫົວໜ້າ ພະແນກເສນາທິການກອງພັນໃຫຍ່ 702,
ສະຫາຍ ພັນໂທ ທຸມມາ ພົມມະທໍາ ຮອງຫົວໜ້າ ກົມ 213, ສະຫາຍ ພັນໂທ ບຸນຕຽນ ໄຊຍໍາວົງທັນ ຮອງຫົວໜ້າກົມ 213, ສະຫາຍ ພັນໂທ ໄຊຍະແສງ ໄມມະນີ
ຮອງຫົວໜ້າ ກົມປະກັນສັງຄົມກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນໂທ ໂສພາວັນ ທໍາມະເທວາ ຮອງຫົວໜ້າ ກົມພະນັກງານກົມ ໃຫຍ່ການເມືອງກອງທັບ, ສະ
ຫາຍ ພັນໂທ ທິມສາວ ດວງຈໍາປາ ຫົວໜ້າ ກອງວາລະສານປ້ອງກັນຊາດ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນໂທ ໄຊຍະສອນ ແກ້ວໂຍທີ ຮອງຫົວໜ້າ ກົມຄົ້ນ
ຄວ້າສັງລວມຫ້ອງວ່າການ ກະຊວງປ້ອງກັນປະເທດ, ສະຫາຍ ພັນໂທ ສົມໃຈ ຄໍາມະນີ ຮອງຫົວໜ້າ ກົມກໍ່ສ້າງຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິການກອງທັບ, ສະຫາຍ
ພັນໂທ ບຸນມີ ພາມີໄຊ ຫົວໜ້າ ການເມືອງກອງບັນຊາການທະຫານ ແຂວງ ບໍ່ແກ້ວ, ສະຫາຍ ພັນໂທ ຄໍາເຜີຍ ໂສມພັນ ຫົວໜ້າການທະຫານກອງບັນຊາການທະຫານ
ແຂວງ ອຸດົມໄຊ, ສະຫາຍ ພັນໂທ ສີວິໄຊ ເພັງສັນ ຕິສຸກ ຮອງຮັບຜິດຊອບວຽກງານພະລາທິການ, ຫົວໜ້າ ຫ້ອງພະລາທິການ ກອງບັນຊາການທະຫານ ແຂວງ ຫຼວງ
ພະບາງ, ສະຫາຍ ພັນໂທ ພັນສີ ຊ່ອນມີໄຊ ຮອງຫົວໜ້າ ການເມືອງ, ຫົວໜ້າ ຫ້ອງການເມືອງກອງບັນຊາການທະຫານ ແຂວງຫົວພັນ, ສະຫາຍ ພັນໂທ ໝອນຄໍາ ດວງ
ສະຫວັນ ຮອງຫົວໜ້າການເມືອງ, ຫົວໜ້າ ຫ້ອງການເມືອງກອງບັນຊາການທະຫານ ແຂວງໄຊສົມບູນ, ສະຫາຍ ພັນໂທ ບຸນຜອງ ບຸດທະວົງ ຮອງຮັບຜິດຊອບວຽກງານ
ພະລາທິການ, ຫົວໜ້າ ຫ້ອງພະລາທິການກອງບັນຊາການທະຫານແຂວງວຽງຈັນ, ສະຫາຍ ພັນໂທ ຄໍາເພັດ ສຸລິຍະວົງ ຫົວໜ້າ ການທະຫານ, ຫົວໜ້າຫ້ອງເສນາທິການ
ກອງບັນຊາການທະຫານ ແຂວງສະຫວັນນະເຂດ, ສະຫາຍ ພັນໂທ ສໍາລີ ແກ້ວວົງສອງ ຮັກສາການ ຫົວໜ້າ ການທະຫານກອງບັນຊາການທະຫານ ແຂວງສາລະວັນ, ສະ
ຫາຍ ພັນໂທ ບຸນຂຸ້ມ ສີຄໍາໄຊ ຫົວໜ້າ ການເມືອງ ກອງພັນໃຫຍ່ 101 ກອງພົນທີ 1, ສະຫາຍ ພັນໂທ ຈັນສະໝອນ ລັດສະໄໝ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງ
ອົບຮົມ ວິທະຍາຄານເຕັກນິກການທະ ຫານ, ສະຫາຍ ພັນໂທ ພອນມີໄຊ ສີວົງຊໍາ ຫົວໜ້າ ການເມືອງກອງພັນໃຫຍ່ 11, ສະຫາຍ ພັນໂທ ສະຫຼອງໄຊ ໄຊຍະເສນາ ຮອງ
ຫົວໜ້າ ຫ້ອງການເມືອງຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ສະຫາຍ ພັນໂທ ສີສົມໃຈ ມະໂນລາ ຮອງຫົວໜ້າ ກົມກົດໝາຍ.

     ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ນາຍທະຫານຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນໃໝ່
ໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ນາຍທະຫານແຕ່ລະ ສະຫາຍ ສືບຕໍ່ເຝິກຝົນຫລໍ່ຫຼອມຕົນເອງໃນຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ
ຢ່າງເປັນເຈົ້າການ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ຕ້ອງສຸມໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ຮັດກຸມໃນການປັບປຸງແບບແຜນ
ວິທີເຮັດວຽກເປັນບັນຫາສໍາຄັນບົນພື້ນຖານ ຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນເຮັດວຽກຕ້ອງມີຂັ້ນມີຕອນ ແລະ ມີ
ຈຸດສຸມ, ພາຍຫຼັງໄດ້ຮັບຊັ້ນໃໝ່ກັບຄືນກົມກອງຈົ່ງສືບຕໍ່ປະຕິບັດໜ້າທີ່ການເມືອງ ຂອງຕົນໃຫ້ສຳເລັດດີກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກອງທັບ ກ້າວຂຶ້ນເປັນກອງທັບປະ
ຕິວັດ ມີແບບ ແຜນທັນສະໄໝ.