ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບມອບເງິນອຸດໜູນ ແລະ ເງິນຊົດເຊີຍໃຫ້ພະນັກງານບຳນານ

     ໃນຕອນບ່າຍຂອງວັນທີ 20 ມິຖຸນາ 2018 ນີ້, ກົມໃຫຍ່ເສນາທິການກອງທັບໄດ້ຈັດພິທີມອບເງິນອຸດໜູນ ແລະ ເງິນຊົດເຊີຍໃຫ້ພະນັກງານບຳນານ
ຢູ່ອົງການກົມໃຫຍ່ເສນາທິການ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນ
ປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີພັນໂທ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ, ມີຫ້ອງການ, ກົມ, ພະແນກການທີ່
ກ່ຽວຂ້ອງ ພ້ອມພະນັກງານທີ່ຮັບເງິນນະໂຍບາຍອຸດໜູນບຳນານເຂົ້າຮ່ວມ.


ພົນຕີ ຈັນທອງ ສອນຕະອາດ ເປັນປະທານມອບເງິນອຸດໜູນ ແລະ ເງິນຊົດເຊີຍໃຫ້ພະນັກງານບຳນານ

     ເພື່ອປະຕິບັດຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະຕິບັດນະໂຍບາຍເງິນບຳນານໃຫ້ນາຍ ແລະ ພົນທະຫານເຖິງອາຍຸກະສຽນບຳ
ນານ ເພື່ອປະຕິບັດຕາມເງື່ອນໄຂນະໂຍບາຍອຸດໜູນບຳນານ 15% ແລະ ເງິນຊົດເຊີຍຕາມນະໂຍບາຍຂອງພັກ-ລັດໃຫ້ພະນັກງານຜູ້ທີ່ໄດ້ຮັບອຸດໜູນບຳ
ນານຈຳນວນ 7 ສະຫາຍ, ໃນນັ້ນຊັ້ນພັນໂທ 4 ສະຫາຍ, ພັນຕີ 2 ສະຫາຍ, ແລະ ຮ້ອຍໂທ 1 ສະຫາຍ, ເປັນເງິນທັງໝົດ 150 ລ້ານກວ່າກີບ, ໂອກາດນີ້
ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກໍໄດ້ໃຫ້ກຽດກ່າວມອບເງິນຈຳນວນດັ່ງກ່າວ ພ້ອມທັງໂອ້ລົມເນັ້ນໜັກຕໍ່
ພະນັກງານທີ່ໄດ້ຮັບອຸດໜູນບຳນານ, ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຄຸນງາມຄວາມດີທີ່ບັນດາສະຫາຍດັ່ງກ່າວໄດ້ປະກອບສ່ວນ
ເຮັດສຳເລັດໜ້າທີ່ໃນພາລະກິດຕໍ່ສູ້ກູ້ຊາດ ກໍຄືໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະຜ່ານມາ ພ້ອມຍັງຮຽກຮ້ອງໃຫ້ຜູ້ທີ່ຮັບອຸດ
ໜູນບຳນານຊຸດນີ້ສຶບຕໍ່ເຮັດໜ້າທີ່ສຶກສາອົບຮົມການເມືອງນຳພາແນວຄິດ ພ້ອມທັງປຸກລະດົມຊຸກຍູ້ອຳນາດການປົກຄອງທ້ອງຖິ່ນ, ພໍ່ແມ່ປະຊາຊົນບັນດາ
ເຜົ່າກໍຄືລູກຫຼານຂອງຕົນໃຫ້ມີຄວາມຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກລະບອບໃໝ່ປະກອບສ່ວນປົກປັກຮັກສາບ້ານເມືອງຂອງຕົນໃຫ້ມີຄວາມສະ
ຫງົບສຸກ, ພ້ອມນີ້ ທ່ານຍັງເນັ້ນໜັກຕື່ມອີກວ່າ: ຕ້ອງຍົກສູງຄວາມຮັບຜິດຊອບຕົນເອງເຂົ້າໃນການປະຕິບັດໜ້າທີ່ວຽກງານຢູ່ທ້ອງຖິ່ນໃຫ້ເລິກເຊິ່ງເຖິງ
ຖອງ, ເອົາໃຈໃສ່ໃນການເປັນເຈົ້າການຊ່ວຍເຫຼືອອຳນາດການປົກຄອງທ້ອງຖິ່ນໃຫ້ມີສ່ວນຮ່ວມຢ່າງຈິ່ງຈັງ ເພື່ອເກັບກຳສະພາບຂອງກຸ່ມຄົນບໍ່ຫວັງດີທີ່ຈະ
ເຂົ້າມາເຄື່ອນໄຫວສວຍໂອກາດໃນການໂຄສະນາຕົວະຍົວະຫຼອກລວງ ໃນການເຄື່ອນໄຫວສິ່ງທີ່ຜິດຕໍ່ກົດໝາຍບ້ານເມືອງ, ດັ່ງນັ້ນຕ້ອງເປັນເຈົ້າການຕິດ
ຕາມການເຄື່ອນໄຫວຂອງພວກກຸ່ມຄົນບໍ່ຫວັງດີທີ່ຈະເຂົ້າທຳລາຍຄວາມສາມັກຄີພາຍໃນ ແລະ ສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງ
ແຂງແຮງ, ເພື່ອພ້ອມກັນພັດທະນາປະເທດຊາດບ້ານເມືອງໃຫ້ມີຄວາມສະຫງົບ.