ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບທູດ ມົງໂກລີ

     ໃນຕອນເຊົ້າຂອງວັນທີ 21 ມິຖຸນາ 2017 ນີ້, ຢູ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງ
ປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ທ່ານ ບັດກລະການ ລໍດອຍດຳບັງ (Lodoidamba GALBADRAKH) ເອກ
ອັກຄະລາດຊະທູດ ແຫ່ງ ມົງໂກລີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເພື່ອປຶກສາຫາລືການຮ່ວມມືສອງຝ່າຍ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບ ທ່ານເອກອັກຄະລາຊະທູດ ມົງໂກລີ

     ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມຕໍ່ ທ່ານ ບັດກລະ
ການລໍດອຍດຳບັງ ທີ່ໄດ້ເຂົ້າພົບປະ ເພື່ອປຶກສາຫາລືການຮ່ວມມື ຂອງສອງຝ່າຍໃນຂົງເຂດວຽກງານການພັດທະນາເສດຖະກິດຮ່ວມກັນ ພ້ອມນັ້ນກໍໄດ້
ທົບທວນຄືນ ແລະ ຕີລາ ຄາຕໍ່ໝາກຜົນການຮ່ວມມືລະຫວ່າງສອງປະເທດ, ຕະຫຼອດໄລຍະຜ່ານມາ ເຊິ່ງສອງປະເທດມີການພົວພັນທີ່ມີມູນເຊື້ອອັນດີງາມ
ມາແຕ່ດົນນານ, ມີຄວາມເຂົ້າອົກເຂົ້າໃຈກັນ ໂດຍຜ່ານການແລກປ່ຽນຄະນະຜູ້ແທນຂະແໜງການຕ່າງໆລະຫວ່າງສອງປະເທດ ແລະ ໃຫ້ການສະໜັບສະ
ໜູນເຊິ່ງກັນ ແລະ ກັນໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນເວທີພາກພື້ນ ແລະ ສາກົນ.

     ໃນໂອກາດນີ້, ທ່ານເອກອັກຄະລາດຊະທູດ ມົງໂກລີ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໄດ້ໃຫ້ການຕ້ອນຮັບ
ແລະ ຮ່ວມປຶກສາຫາລືວຽກງານໃນຄັ້ງນີ້ ພ້ອມຢືນຢັນວ່າ: ຈະສຸມທຸກຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມ
ຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ໄດ້ຮັບການພັດທະນາດີຍິ່ງໆຂຶ້ນເພື່ອນຳເອົາຜົນປະ
ໂຫຍດຕົວຈິງມາສູ່ສອງປະເທດ ກໍຄືປະຊາຊົນສອງຊາດ ລາວ-ມົງໂກລີ ແລະ ຈະອອກແຮງຊຸກຍູ້ການພົວພັນ ແລະ ຮ່ວມມືສອງຝ່າຍທາງດ້ານເສດຖະກິດ,
ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີຮ່ວມກັນໃນຕໍ່ໜ້າດ້ວຍຄຸນນະພາບໃໝ່.