ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ທອງລອຍ ສິລິວົງ ຕ້ອນຮັບ ສະຫາຍ ພົນຈັດຕະວາ ໂງວັນຢາວ


ພົນຕີ ທອງລອຍ ສິລິວົງ ຕ້ອນຮັບ ພົນຈັດຕະວາໂງວັນຢາວ

     ສະຫາຍ ພົນຕີ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການ ເມືອງກອງທັບປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ
ຂໍ່ານັບຂອງ ສະຫາຍ ພົນຈັດຕະວາ ໂງວັນຢາວ ຫົວໜ້າກົມວິທະຍາສາດການທະຫານ ກະຊວງປ້ອງກັນປະເທດຫວຽດນາມ ໃນວັນທີ 21 ພຶດສະພາ 2019 ນີ້, ຢູ່ທີ່ຫ້ອງ
ຮັບແຂກກະຊວງປ້ອງກັນປະເທດ, ເນື່ອງໃນໂອກາດທີ່ສະຫາຍພ້ອມດ້ວຍຄະນະເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

     ໂອກາດນີ້, ສະຫາຍ ພົນຕີ ທອງລອຍ ສິລິວົງ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ສະຫາຍ ພົນຈັດຕະວາ ໂງວັນຢາວ ພ້ອມດ້ວຍຄະນະດ້ວຍໄມຕີຈິດມິດຕະພາບ
ອັນອົບອຸ່ນ, ເຊິ່ງການມາຢ້ຽມຢາມຂອງຄະນະໃນຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມືລະຫວ່າງສອງກອງທັບ ລາວ-ຫວຽດ
ນາມ ກໍຄືລະຫວ່າງກົມວິທະຍາສາດ-ປະຫວັດສາດການທະຫານຂອງລາວ ແລະ ຫວຽດນາມ ທີ່  ແໜ້ນແຟ້ນແລ້ວນັ້ນໃຫ້ດີຂຶ້ນກວ່າເກົ່າ, ເປັນຕົ້ນແມ່ນການຮ່ວມມືໃນ
ຫຼາຍດ້ານ, ການຄົ້ນຄວ້າເນື້ອໃນກ່ຽວກັບປະຫວັດສາດການທະຫານ, ການປຶກສາຫາລືກ່ຽວກັບການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ, ລະດັບກາງໃນໄລຍະ
ຜ່ານມາ ພ້ອມດຽວກັນນັ້ນ ສະຫາຍ ພົນຕີ ທອງລອຍ ສິລິວົງ ກໍໄດ້ອວຍພອນໃຫ້ ສະຫາຍ ພົນຈັດຕະວາ ໂງວັນຢາວ ພ້ອມດ້ວຍຄະນະຈົ່ງປະສົບຜົນສຳເລັດໃນການເດີນ
ທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ຕາມຈຸດປະສົງຄາດໝາຍທີ່ວາງໄວ້. ສະຫາຍ ພົນຈັດຕະວາ ໂງວັນຢາວ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈ
ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ພົນຕີ ທອງລອຍ ສິລິວົງ ໃນຄັ້ງນີ້, ພ້ອມທັງຢືນຢັນວ່າ: ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືຊ່ວຍເຫຼືອ ແລະ ການພົວພັນ
ຮ່ວມມືໃຫ້ດີທີ່ສຸດເພື່ອປະກອບສ່ວນສົ່ງເສີມ, ຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ກໍຄືລະຫວ່າງ
ສອງກົມວິທະຍາສາດ-ປະຫວັດສາດຂອງຫວຽດນາມ-ລາວໃຫ້ນັບມື້ບັນລຸໝາກຜົນສູງຍິ່ງຂຶ້ນ.

     ໃນຕອນເຊົ້າຂອງວັນດຽວກັນນີ້, ຄະນະຜູ້ແທນກົມວິທະຍາສາດການທະຫານກະຊວງປ້ອງກັນປະເທດ ສສ ຫວຽດນາມ ກໍໄດ້ເຂົ້າພົບປະສອງຝ່າຍແລກປ່ຽນບົດຮຽນ
ເຊິ່ງກັນ ແລະ ກັນ ກັບຄະນະຜູ້ແທນກົມວິທະຍາສາດ-ປະຫວັດສາດກອງທັບປະຊາຊົນລາວ, ເຊິ່ງຝ່າຍລາວນຳໂດຍ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ
ວິທະຍາສາດ-ປະຫວັດສາດ ການທະຫານ ກອງທັບປະຊາຊົນລາວ.