ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງທົ່ວຄະນະພັກກອງພັນໃຫຍ່ 661

     ກອງປະຊຸມດຳເນີນຊີວິດການເມືອງປົວແປງພັກທົ່ວຄະນະພັກກອງພັນໃຫຍ່ 661 ໄດ້ຈັດຂຶ້ນໃນວັນທີ 18 ພຶດສະພາ ນີ້, ໂດຍການເຂົ້າຮ່ວມເປັນປະ
ທານຂອງ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເຊິ່ງມີບັນດາຄະ
ນະພັກແຕ່ລະຂັ້ນຕະຫຼອດຮອດພະນັກງານສະມາຊິກພັກຫຼັກແຫຼ່ງໃນກົມກອງດັ່ງກ່າວເຂົ້າຮ່ວມ.


ພົນຈັດຕະວາ ປະສິດ ທ່ຽງທຳ ເປັນປະທານເປີດກອງປະຊຸມ
ດຳເນີນຊີວິດການເມືອງປັບປຸງປົວແປງທົ່ວຄະນະພັກກອງພັນໃຫຍ່ 661

     ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມວ່າ: ການເປີດກອງປະຊຸມດຳເນີນຊີ ວິດການເມືອງປັບປຸງປົວແປງພັກຄັ້ງນີ້ ແມ່ນ
ມີຄວາມສຳຄັນຢ່າງຍິ່ງທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບ ດ່ວນພາວະວິໄສເພື່ອປັບປຸງເຊີດຊູຄວາມຮັບຜິດຊອບຂອງຄະນະພັກ, ສະມາຊິກພັກໃນ
ການເຄົາລົບ ແລະ ປະຕິບັດບັນດາຫຼັກການກໍ່ສ້າງພັກ, ຫຼັກການລວມສູນປະຊາທິປະໄຕ, ຫຼັກການຕິຊົມຕົນເອງ ແລະ ຕິຊົມເຊິ່ງກັນ ແລະ ກັນ ແກ້ໄຂບັນ
ດາປາກົດການຫຍໍ້ທໍ້ຕ່າງໆພາຍໃນພັກ ເຊັ່ນ: ການຖືເບົາຕໍ່ການເຝິກຝົນຫຼໍ່ຫຼອມຕົນເອງ, ປາກົດການເຊື່ອມຄຸນປ່ຽນທາດ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ, ການຝ່າຝືນລ່ວງລະເມີດກົດໝາຍ, ກົດລະບຽບຂອງພັກ ແລະ ບັນດາຂໍ້ຫ້າມສຳລັບພະນັກງານສະມາຊິກພັກ ເພື່ອແນໃສ່ສ້າງພັກໃຫ້ປອດ
ໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍກອງປະຊຸມໄດ້ເຜີຍແຜ່ເອກະສານສຳຄັນຕ່າງໆ ຄື: ເອກະສານເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສເຂັ້ມແຂງ,
ໜັກແໜ້ນ, ບົດສະຫຼຸບຕີລາຄາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງ
ກັນປະເທດ, ມະຕິວ່າດ້ວຍການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ເອກະສານສະຫຼຸບການນຳພາຈັດຕັ້ງຜັນຂະຫຍາຍ
ມະຕິຂອງຄະນະພັກກອງພັນໃຫຍ່ 661 ແລະ ເນື້ອໃນຂໍ້ເຈາະຈິ້ມໃນການຂຽນໃບສຳຫຼວດບຸກຄົນ.

     ໂອກາດດັ່ງກ່າວ, ພົນຈັດຕະວາ ປະສິດ ທ່ຽງທຳ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະພັກແຕ່ລະຂັ້ນ ແລະ ສະມາຊິກພັກ ຈົ່ງຍົກສູງຄວາມຮັບ
ຜິດຊອບການເມືອງຂອງຕົນເຂົ້າໃນການຄົ້ນຄວ້າເຊື່ອມຊຶມຕີລາຄາໄຈ້ແຍກບັນຫາຕ່າງໆ, ກ້າຫານຕຳນິຕິຊົມເຊິ່ງກັນ ແລະ ກັນ ເພື່ອກຳຈັດສິ່ງອັດຕັນ ແລະ
ໃຫ້ເກີດມີການປ່ຽນແປງໃໝ່ທີ່ຕັ້ງໜ້າດ້ວຍຈິດໃຈບຸກທະລຸແນໃສ່ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ ເພີ່ມທະວີຄວາມເປັນປຶກ
ແຜ່ນພາຍໃນພັກ ເພື່ອນຳເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງ
ກັນປະເທດ ກໍຄືມະຕິຂອງຄະນະພັກກອງພັນໃຫຍ່ໃຫ້ເຂົ້າສູ່ລ່ວງເລິກໃນວຽກງານຕົວຈິງ, ສ້າງກົມກອງໃຫ້ມີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນ
ຢ່າງບໍ່ຢຸດຢັ້ງ, ເຊິ່ງກອງປະຊຸມບັ້ນດຳເນີນຊີວິດການເມືອງຢູ່ກົມກອງດັ່ງກ່າວນີ້ຈະດຳເນີນເປັນເວລາ 7 ວັນ ຈິ່ຶງຈະໄດ້ອັດລົງ.