ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຫົວໜ້າການ​ເມືອງ ​ແລະ ການ​ທະຫານ​ຢູ່​ກອງພົນ​ທີ 3


ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ພິທີປະກາດການແຕ່ງຕັ້ງຢູ່ ກອງພົນທີ 3 ໄດ້ຈັດຂຶ້ນ ໃນວັນທີ 18 ມີນາ 2021 ນີ້, ທີ່ສະໂມສອນກອງພົນທີ 3 ໂດຍການ ເປັນປະທານຂອງ ສະຫາຍ
ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ
ໄຊຍະວົງ ໄຊນາມທິລາດ ເລຂາຄະນະພັກ ຫົວໜ້າການທະຫານ ກອງພົນທີ 3, ມີບັນດາການນຳ ແຂວງ ອຸດົມໄຊ, ການນຳມາຈາກເມືອງອ້ອມຂ້າງ, ຄະນະ
ພັກ-ຄະນະບັນຊາ ກອງພົນ, ຄະນະຫ້ອງ 5 ຫ້ອງ, ພະນັກງານຫຼັກແຫຼ່ງມາຈາກ ອົງການ, ກົມກອງທົ່ວກອງພົນທີ 3 ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ
ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ46/ຄຈສພ ລົງວັນທີ 25 ກຸມພາ 2020 ວ່າ
ດ້ວຍການແຕ່ງຕັ້ງຫົວໜ້າການເມືອງ ກອງພົນທີ 3 ໃນນີ້ຄະນະຈັດຕັ້ງສູນການພັກຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຮອງເລຂາຄະນະພັກ
ກອງພົນ ເປັນຫົວໜ້າການເມືອງກອງພົນທີ 3, ຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດສະບັບເລກ ທີ4445/ກປທ ລົງວັນທີ 28 ພະຈິກ ປີ 2020 ວ່າດ້ວຍ
ການແຕ່ງຕັ້ງຄະນະບັນຊາ ແລະ ຄະນະຫ້ອງຢູ່ ກອງພົນທີ 3 ໃນນີ້ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ຄະນະພັກ
ປະທານກວດກາພັກກອງພົນ ເປັນຫົວໜ້າຫ້ອງການເມືອງ ກອງພົນທີ 3, ສະຫາຍ ພັນໂທ ຄຳຕັນ ແສງມາ ກຳມະການຄະນະພັກ ເປັນຫົວໜ້າຫ້ອງການ
ກອງພົນ, ສະຫາຍ ພັນໂທ ສາຍທອງ ປີຊາຈັນ ກຳມະການ ຄະນະພັກ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ຈອມໃຈ ໄຊພະວົງ ເປັນຫົວໜ້າ
ການເມືອງ ກອງພັນໃຫຍ່ 302.

     ໃນໂອກາດດຽວກັນ ສະຫາຍ ພັນເອກ ແສງມະນີວອນ ຄຳມະນີ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະ
ນະພັກ ກະຊວງປ້ອງກັນປະເທດ ສະບັບເລກທີ 5144/ຄພກປທ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ຄະນະປະຈຳພັກ, ປະທານກວດກາ ແລະ ກຳມະການພັກ
ຢູ່ກອງພົນທີ 3 ໃນ ນີ້ຄະນພັກ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານກອງພົນທີ 3
ເປັນເລຂາຄະນະພັກກອງພົນ, ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຫົວໜ້າການເມືອງເປັນຮອງເລຂາຄະນະພັກ, ສະຫາຍ ພັນເອກ ກິ່ງແກ້ວ ອຸ່ນມະນີວົງ
ຫົວໜ້າ ຫ້ອງເສນາທິການເປັນ ຄະນະປະຈຳພັກ, ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ຫົວໜ້າຫ້ອງການເມືອງ ເປັນປະທານກວດກາພັກ, ສະຫາຍ ພັນ
ໂທ ທອງມະນີ ສີເມືອງ ຄຳເປັນກຳມະການຄະນະພັກກອງພົນຄົນໃໝ່.

     ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ໂອ້ລົມຕໍ່ຜູ້ໄດ້ຮັບໜ້າທີ່ໃໝ່ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນສະພາບທີ່ພົ້ນເດັ່ນໃນໂລກ, ພາກພື້ນ
ຄືສະພາບ ພາຍໃນປະທດ ທີ່ພວມຜັນແປໄປຢ່າງສັບສົນ, ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ
ທົ່ວ ກອງພົນທີ 3 ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ໃຫ້ນຳເອົາແນວທາງແຜນນະໂຍບາຍ ຂອງພັກ-ກົດ
ໝາຍຂອງລັດ, ຂໍ້ກຳນົດຂອງກອງທັບ ນຳມາເຜີຍແຜ່ ໃຫ້ພະນັກງານ-ນັກຮົບພາຍໃນກົມກອງ ໃຫ້ມີຄວາມຮັບຮູ້ເຂົ້າໃຈເຊື່ອມຊຶມ ທີ່ພັກວາງອອກ, ຕັ້ງ
ໜ້າສຶກສາອົບຮົມການເມືອງແນວຄິດ ຂອງພະນັກງານ-ນັກຮົບ ໃຫ້ອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ແນວທາງການນຳພາ ຂອງພັກ, ຍົກສູງນ້ຳໃຈຮັບຜິດຕໍ່
ໜ້າທີ່ການເມືອງທີ່ພັກ-ລັດຂັ້ນເທິງ ກໍຄືປະເທດຊາດມອບໝາຍໃຫ້, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຖືເອົາການກໍ່ສ້າງພັກ-ພະນັກງານເປັນບັນ
ຫາສຳຄັນ ແລະ ຖືກຕ້ອງຕາມຫຼັກການ ໂດຍຖືເອົາ ຄຸນນະພາບເປັນກົກ, ຕັ້ງໜ້າປັບປຸງກໍ່ສ້າງກຳລັງ, ກໍ່ສ້າງກົມກອງ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກ
ແໜ້ນ ຕັ້ງໜ້າອອກແຮງ ເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ແກ້ໄຂຊີວິດການເປັນຢູ່ ຂອງອ້າຍນ້ອງປະຕິບັດຄຳຂວັນທີ່ວ່າ: ກຸ້ມຕົນເອງ ເພິ່ງຕົນເອງ ແລະ
ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ມີຄວາມສາມັກຄີພາຍໃນ ໃຫ້ໜັກແໜ້ນ, ປະຕິບັດລັກການລວມສູນປະຊາ
ທິປະໄຕ ເຮັດວຽກເປັນໝູ່ຄະນະແບ່ງບຸກຄົນຮັບຜິດຊອບ, ພົວພັນແໜ້ນກັບອົງການປົກຄອງທ້ອງຖິ່ນ ແລະ ສາກົນໃນຂອບເຂດກົມກອງຮັບຜິດຊອບ ເພື່ອ
ຍາດແຍ່ງເອົາການຊ່ວຍຈາກທ້ອງຖິ່ນ ແລະ ສາກົນເຂົ້າມາພັດທະນາກົມກອງ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ.