ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ


ພົນຈັດຕະວາ ວຽງໄຊ ສົມວິຈິດ ເປັນປະທານປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ

     ໃນຕອນເຊົ້າວັນທີ 21 ມີນາ 2018 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ຄົບຮອບ 63 ປີ ( ວັນທີ 22 ມີນາ 1955 – 22 ມີນາ 2018 ) ຂຶ້ນ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວ
ໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມຮັບຝັງ.


ພົນຈັດຕະວາ ວຽງໄຊ ສົມວິຈິດ ຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປ

     ໂອກາດນີ້, ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ກໍ່ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖີງການ
ກຳເນີດພັກປະຊາຊົນປະຕິວັດລາວແຕ່ລະໄລຍະຜ່ານມາ ຊາດລາວເປັນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານ, ມີມູນເຊື້ອໃນການຕໍ່ສູ້ຕີເອົາຊະນະຈັກກະ
ພັດຕ່າງດ້າວຜູ້ຮຸກຮານ, ມີມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ປີ 1983 ຝຣັ່ງໄດ້ເຂົ້າມາຢຶດຄອງເອົາລາວເປັນຫົວເມືອງ
ຂຶ້ນ, ປະຊາຊົນລາວຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນ, ຈິ່ງໄດ້ພາກັນລຸກຮື້ຂຶ້ນຕໍ່ຕ້ານແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງຢ່າງອົງ ອາດ
ກ້າຫານ, ເປັນຂະບວນການຕໍ່ເນື່ອງ ພັກເຮົາໄດ້ເດັດດ່ຽວນຳພາປວງຊົນລຸກຮື້ຂຶ້ນຢຶດອຳນາດ, ຍາດເອົາອຳນາດການປົກຄອງໃນທົ່ວປະເທດ ຈາກກຳມື
ຂອງພວກຟາດຊິດຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງ, ປະກາດຄວາມເປັນເອກະລາດຂອງປະເທດລາວຕໍ່ໂລກ ເມື່ອວັນທີ 12 ຕຸລາ 1945 ພາຍຫຼັງພັກ
ປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນກໍ່ໄດ້ປະເຊີນໜ້າກັບຈັກກະພັດອາເມລິກາ ເຊິ່ງເປັນຈັກກະພັດໂຕໃໝ່ ແຕ່ພັກເຮົາກໍ່ໄດ້ແບກຫາບເອົາພາລະ
ກຳອັນໜັກໜ່ວງ ເພື່ອຊີ້ນຳ-ນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກມືປະຕິການຂາຍຊາດຢ່າງດຸເດືອດຂ້ຽວຂາດ ກ້າວ
ໄປເຖີງການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັດທະນາຢ່າງມີໝາກມີຜົນ ພາຍໃຕ້ການຊີ້ນຳ-ນຳພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດ
ລາວ ກອງທັບ ແລະ ປະຊາຊົນລາວ ສາມາດຕີເອົາຊະນະການບຸກໂຈມຕີບຽດຢຶດຂອງສັດຕູທັງໝົດ ເປັນຕົ້ນແມ່ນບັ້ນຮົບນ້ຳບາກ, ຜາຖີ່ ( ປີ 1968 ),
ບັ້ນຮົບທົ່ງໄຫຫີນຊຽງຂວາງ ( ປີ 1970 ), ບັ້ນຮົບລານເຊິນ 719 ( 1971 ) ພວກເຮົາໄດ້ທັບມ້າງຍຸດທະຍາດ “ ສົງຄາມພິເສດຂອງຈອນເຊິນ ” ແລະ
ຍຸດທະສາດ “ ສົງຄາມພິເສດເພີ່ມທະວີຕາມທິດສະດີນິກເຊິນຂອງຈັກກະພັດອາເມລິກາ ” ໃຫ້ຖືກປະລາໄຊຢ່າງໜັກໜ່ວງ ຢູ່ລາວກໍ່ຄືຢູ່ພາກໃຕ້ຫວຽດ
ນາມ ແລະ ກຳປູເຈຍ. ໄຊຊະນະອັນເປັນເຫດການປະຫວັດສາດດັ່ງກ່າວນັ້ນ ໄດ້ເປັນຂີດໝາຍແຫ່ງການສຳເລັດການປະຕິວັດຊາດ-ປະຊາທິປະໄຕຢ່າງສົມ
ບູນ ແລະ ໄດ້ໄຂໄລຍະຂະຫຍາຍຕົວໃໝ່ທີ່ຮຸ່ງເຮືອງສົດໃສທີ່ສຸດໃນປະຫວັດສາດຂອງຊາດລາວ, ໄລຍະທີ່ປະຊາຊົນລາວບັນດາເຜົ່າເປັນເຈົ້າປະເທດຊາດ,
ເປັນເຈົ້າຊາຕາກຳຂອງຕົນຢ່າງແທ້ຈິງ, ກ້າວຂຶ້ນສູ່ເສັ້ນທາງອັນສະຫວ່າງສະໄຫວຂອງລັດທິສັງຄົມນິຍົມ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.
ນອກຈາກນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາພະ ນັກງານ-ນັກຮົບທຸກສະຫາຍຕ້ອງເຊື່ອມຊຶມກຳແໜ້ນມູນເຊື້ອ, ບົດບາດ, ໜ້າທີ່ຂອງພັກ ພ້ອມກັນນຳ
ເອົາມູນເຊື້ອດັ່ງກ່າວໄປເປັນແບບຢ່າງໃນການປະຕິບັດວຽກງານຂອງຕົນໃຫ້ມີປະສິດທິຜົນ ແລະ ມີບາດ ກ້າວຂະຫຍາຍຕົວສູງຍິ່ງໆຂຶ້ນ.


ພາບລວມພາຍໃນກອງປະຊຸມ