ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ຕ້ອນຮັບຄະນະນຳແຂວງ ວິງຟຸກ ສສ ຫວຽດນາມ

    ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ໃຫ້
ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະນໍາແຂວງ ວິງຟຸກ ສສ ຫວຽດນາມ ນໍາໂດຍສະຫາຍ ຫງວຽນ ວັນ ຈິ່ ຮອງເລຂາພັກແຂວງ, ປະທານຄະນະ
ກໍາມະການປະຊາຊົນແຂວງ ພ້ອມດ້ວຍຄະນະໃນຕອນບ່າຍວັນທີ 20 ມີນາ 2018 ນີ້, ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ
ພາກເໜືອ ຂອງ ສປປ ລາວ.


ພົນໂທ ວິໄລ ຫຼ້າຄໍາຟອງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະນໍາແຂວງວິງຟຸກສສຫວຽດນາມ

     ໂອກາດນີ້, ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ
ຢູ່ ສປປ ລາວ ຂອງສະຫາຍ ຫງວຽນ ວັນ ຈິ່ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງໄດ້ນໍາເອົາຄວາມສາມັກຄີຮັກແພງໄມຕີຈິດມິດຕະພາບອັນດູດດື່ມຖານສະຫາຍ
ອ້າຍນ້ອງອັນໃກ້ຊິດສະໜິດສະໜົມ ແລະ ອົບອຸ່ນ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສຶບຕໍ່ຂະຫຍາຍສາຍພົວພັນມິດ ຕະພາບຄວາມສາມັກ
ຄີພິເສດ, ການຮ່ວມມືຮອບດ້ານທີ່ເປັນມູນເຊື້ອລະຫວ່າງສອງພັກ-ສອງລັດ, ປະຊາຊົນສອງຊາດ ກໍຄືກອງທັບປະຊາຊົນລາວ ແລະ ປະຊາຊົນແຂວງ ວິງຟຸກ
ສສ ຫວຽດນາມ ທີ່ມີມານັ້ນໃຫ້ແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

     ສະຫາຍ ຫງວຽນວັນຈິ່ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງສະຫາຍຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ
ລາວ, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນໍາພາອັນສະຫຼາດສ່ອງໄສຂອງພັກປະຊາຊົນປະຕິວັດລາວ, ກໍຄືກອງທັບປະຊາຊົນລາວຈະສືບຕໍ່
ຍາດໄດ້ຜົນສໍາເລັດ ໃໝ່ໃຫຍ່ກວ່າເກົ່າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ສະແດງຄວາມເພິ່ງພໍໃຈ ແລະ ຕີລາຄາສູງຕໍ່ໝາກຜົນການ
ພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ
ລາວ ທີ່ນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ.

     ໃນໂອກາດນີ້ ທາງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍໄດ້ມອບໃບຍ້ອງຍໍສັນລະເສີນໃຫ້ບັນ ດາຊ່ຽວຊານທີ່ມາຊ່ວຍເຫຼືອກອງທັບປະຊາຊົນ
ລາວ, ເພື່ອຕອບສະໜອງຜົນງານ, ຄຸນງາມຄວາມດີຂອງຄະນະນໍາແຂວງ ວິງຟຸກ ສສ ຫວຽດນາມ ທີ່ມີຜົນງານດີເດັ່ນໃນການຊ່ວຍເຫຼືອທາງດ້ານການກໍ່
ສ້າງກອງບັນຊາການ ທະຫານເມືອງຫຼວງນໍ້າທາ, ກອງບັນຊາການທະຫານແຂວງຫຼວງນໍ້າທາ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຕາມແຜນ
ການ. ຜົນງານດັ່ງກ່າວເປັນການປະກອບສ່ວນອັນສໍາຄັນ ແລະ ການເສີມສ້າງສາຍພົວພັນ,ມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ
ລະຫວ່າງ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.