ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ ບໍໍ່ແກ້ວ ສຳ​ເລັດ​ກອງ​ປະຊຸມ​ເປີດ​ກວ້າງ

     ໃນວັນທີ 15 ມີນາ 2017 ນີ້, ອົງຄະນະພັກກອງບັນຊາການທະຫານແຂວງ ບໍ່ແກ້ວ ໄດ້ດຳເນີນກອງປະຊຸມເປີດກວ້າງປະຈຳປີ 2016 ໂດຍການເປັນ ປະທານຂອງສະຫາຍ ພົນຈັດຕະວາ ມະລີສານ ແສງຈັນທາ ຮອງເລຂາພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່
ແກ້ວ ເຂົ້າຮ່ວມ.


ພົນ​ຈັດຕະວາ ມະ​ລີ​ສານ ​ແສງ​ຈັນທາ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເປີດ​ກວ້າງ

     ໃນກອງປະຊຸມ ພັນເອກ ວິດອນ ພຸດດາວົງ ກຳມະການພັກແຂວງ ຮອງເລຂາຄະນະພັກຫົວໜ້າການທະຫານກອງບັນຊາການທະຫານແຂວງ ບໍ່ແກ້ວ
ໄດ້ຂຶ້ນຜ່ານບົດສະຫຼຸບກ່ຽວກັບການຊີ້ນຳ-ນຳພາ ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກອງບັນຊາການໃນ 1 ປີຜ່ານມາ,
ຕີລາຄາ ດ້ານດີ-ດ້ານອ່ອນ, ວິທີແກ້ໄຂ. ຍົກໃຫ້ເຫັນສະພາບການດ້ານຕ່າງໆພາຍໃນແຂວງຕາມຂອບເຂດຮັບຜິດຊອບ, ສະພາບຊາຍແດນ ລາວ-ໄທ,
ລາວ-ມຽນມາ ທີ່ຕິດຈອດກັບແຂວງ ບໍ່ແກ້ວ ໃຫ້ມີຄວາມສະຫງົບປອດໄພຕິດພັນກັບການລົງກໍ່ສ້າງຮາກຖານປະຊາຊົນ, ໂດຍປະຕິບັດຕາມ 4 ໜ້າທີ່
ໃຫຍ່ 26 ແຜນງານ, ຂໍ້ ກຳນົດ 7 ລະບອບ 18 ວຽກ ຂອງກອງທັບຢ່າງເຂັ້ມງວດ, ໃນ 1 ປີຜ່ານມາໄດ້ປະເມີນໜ່ວຍພັກແຂງ-ຮູ້ນຳພາຮອບ ດ້ານໄດ້ 6
ໜ່ວຍ, ສະເລ່ຍເທົ່າກັບ 17,64%, ສ້າງເປົ້າໝາຍຮັບຮອງເປັນໜ່ວນພັກແຂງ-ຮູ້ນຳພາຮອບດ້ານໃນປີ 2017 ຈຳນວນ 7 ໜ່ວຍພັກ. ສືບຕໍ່ວາງທິດທາງ
ແຜນການນຳພາຂອງຄະນະພັກກອງບັນຊາການໃນປີ 2017. ເຊິ່ງໄດ້ວາງຄາດໝາຍສູ້ຊົນປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳຊຸກຍູ້ຂະບວນການ
ແຂ່ງຂັນຮັກຊາດ ແລະພັດທະນາຕິດພັນກັບການກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ນຳພາຂະບວນການສ້າງໃຫ້ກົມ ກອງກາຍເປັນກົມກອງວັດ
ທະນະທຳ-ນັກຮົບວັດທະນະທຳ, ສູ້ຊົນນຳພາກົມກອງເຮັດວຽກງານ 4 ປູກ 4 ລ້ຽງໃຫ້ໄດ້ຕາມລະດັບຄາດໝາຍ.