ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າຮ່ວມ​ໄປ​ໃຊ້​ສິດ​ປະຊາທິປະ​ໄຕ​ຢ່າງ​ພ້ອມພຽງ


 ທ່ານ ບຸນຍັງ ວໍລະຈິດ ປ່ອນບັດເລືອກຕັ້ງຢູ່ໜ່ວຍປ່ອນບັດ ບ້ານ ໜອງບອນເມືອງ ໄຊເສດຖາ


         ທ່ານ ທອງລຸນ ສີສຸລິດ ປ່ອນບັດເລືອກຕັ້ງ                     ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ປ່ອນບັດເລືອກຕັ້ງ
ຢູ່ໜ່ວຍປ່ອນບັດກະຊວງປ້ອງກັນປະເທດ                                 ຢູ່ໜ່ວຍປ່ອນບັດກະຊວງປ້ອງກັນປະເທດ


ທ່ານ ຈູມມະລີ ໄຊຍະສອນ ປ່ອນບັດເລືອກຕັ້ງ                                ທ່ານ ພັນຄຳ ວິພາວັນ ປ່ອນບັດເລືອກຕັ້ງ
ຢູ່ໜ່ວຍປ່ອນບັດບ້ານທາດຫຼວງໃຕ້ ເມືອງໄຊເສດຖາ                        ຢູ່ໜ່ວຍປ່ອນບັດບ້ານສາຍນໍ້າເງິນ ເມືອງໄຊທານີ


           ທ່ານ ນາງ ປານີ ຢາທໍ່ຕູ້ ປ່ອນບັດເລືອກຕັ້ງ                      ທ່ານ ໄຊສົມພອນ ພົມວິຫານ ປ່ອນບັດເລືອກຕັ້ງ
ຢູ່ໜ່ວຍປ່ອນບັດບ້ານໜອງບົວທອງ ເມືອງສີໂຄດຕະບອງ                 ຢູ່ໜ່ວຍປ່ອນບັດບ້ານສີບຸນເຮືອງ ເມືອງຈັນທະບູລີ

     ໃນວັນທີ 21 ກຸມພາ 2021 ນີ້, ການນຳພັກ-ລັດ ແລະ ປະຊາຊົນລາວ ບັນດາເຜົ່າໃນຂອບເຂດທົ່ວປະເທດ ຜູ້ທີ່ມີອາຍຸ 18 ປີ ຂຶ້ນໄປຜູ້ທີ່ມີສິດ
ເລືອກຕັ້ງລ້ວນແຕ່ໄດ້ໄປໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ II ຢ່າງພ້ອມພຽງ.

     ໃນນີ້ທົ່ວປະເທດມີ 18 ເຂດເລືອກຕັ້ງມີຈໍານວນຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດ 224 ທ່ານ, ຍິງ 49 ທ່ານເລືອກເອົາ 164 ທ່ານ ແລະ ສະ
ມາຊິກສະພາປະຊາຊົນຂັ້ນ ແຂວງມີ 789 ທ່ານ, ຍິງ 227 ທ່ານເລືອກເອົາ 492 ທ່ານ. ການເລືອກຕັ້ງຄັ້ງນີ້, ມີຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງ ແຕ່ລະ
ເຂດເລືອກຕັ້ງໃນທົ່ວ ປະເທດມີທັງໝົດ 4.279.243 ຄົນ, ເປັນຍິງ 2.128.167 ຄົນ, ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 7,217 ໜ່ວຍໃນທົ່ວປະ
ເທດ; ໃນນີ້ມີ 40 ໜ່ວຍເລືອກຕັ້ງທີ່ປະຈໍາຢູ່ຕ່າງປະເທດ ເຊິ່ງມີພົນລະເມືອງລາວຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 13.404 ຄົນ, ຍິງ 5.493 ຄົນ. ການ
ເລືອກຕັ້ງຄັ້ງນີ້ພົນລະເມືອງລາວ ຜູ້ມີສິດປ່ອນບັດທຸກຄົນໄດ້ໃຊ້ສິດ ປະຊາທິປະໄຕ ຂອງຕົນຢ່າງກວ້າງຂວາງ ແລະ ເລິກເຊິ່ງຮັບປະກັນໄດ້ 100% ໃນ 3
ດ້ານ ຄື: ປຸກລະດົມຜູ້ມີສິດເລືອກຕັ້ງໄປໃຊ້ສິດເລືອກຕັ້ງຄົບ 100%, ລົງຄະແນນສຽງຢ່າງຖືກຕ້ອງ 100% ແລະ ຮັບປະກັນຄວາມສະຫງົບ, ຄວາມເປັນ
ລະບຽບຮຽບຮ້ອຍໄດ້ 100%.

     ການເລືອກຕັ້ງຄັ້ງນີ້ ເຫັນໄດ້ວ່າເຂດເລືອກຕັ້ງຕ່າງໆ ໃນຂອບເຂດທົ່ວປະເທດ ແມ່ນມີບັນຍາກາດຄຶກຄື້ນ, ໂດຍສະເພາະແມ່ນຢູ່ນະຄອນຫຼວງວຽງຈັນ
ມີບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ກະຊວງ, ອົງການ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ
ຕ່າງກໍມາໃຊ້ສິດ ຂອງຕົນຢ່າງເປັນຂະບວນການຟົດຟື້ນ. ໃນການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ
ຊຸດທີ II ເນື້ອແທ້ກໍແມ່ນເພື່ອປັບປຸງລະບົບອໍານາດລັດ ໃຫ້ມີຄວາມເຂັ້ມແຂງ, ເປັນການສືບຕໍ່ເຮັດໃຫ້ການແບ່ງງານ, ແບ່ງຄວາມຮັບຜິດຊອບລະຫວ່າງອົງ
ການອໍານາດລັດ ດ້ວຍກັນ ແລະ ລະຫວ່າງສູນກາງ ກັບທ້ອງຖິ່ນໃຫ້ລະອຽດຈະແຈ້ງ, ເຮັດໃຫ້ການເຄື່ອນໄຫວຂອງ ອົງການອໍານາດລັດມີປະສິດທິພາບ, ມີ
ຄວາມສັກສິດ ແລະ ຮັບປະກັນໃຫ້ອໍານາດແຫ່ງລັດ ຂອງພວກເຮົາເປັນອໍານາດລັດທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງ ປະຊາ
ຊົນລາວບັນດາເຜົ່າຢ່າງແທ້ຈິງ.

     ການເລືອກຕັ້ງດັ່ງກ່າວນີ້ ແມ່ນຮູບການໜຶ່ງຂອງການຈັດຕັ້ງປະຕິບັດສິດ ປະຊາທິປະໄຕ ປະຊາຊົນຕາມແນວທາງປ່ຽນແປງໃໝ່ຂອງພັກ ກໍຄືການຈັດ
ຕັ້ງຜັນຂະຫຍາຍເນື້ອໃນ, ຈິດໃຈ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຍົກສູງຄຸນນະພາບການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່
ຂອງອົງການ ຕົວແທນທີ່ມາຈາກການເລືອກຕັ້ງໂດຍກົງຂອງປະຊາຊົນ, ເພື່ອເລືອກເອົາບຸກຄະລາກອນທີ່ເປັນ ສສຊ ແລະ ສສຂ ມີມາດຖານຄົບຖ້ວນເຂົ້າ
ໄປເຮັດໜ້າທີ່ໃນສະພາຮັບໃຊ້ປະຊາຊົນຢ່າງມີປະສິດທິຜົນ.