ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ໂອ້ລົມພະນັກງານຫຼັກແຫຼ່ງຫ້ອງເຕັກນິກ ວພກ

     ທ່ານ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພົບປະໂອ້ລົມພະນັກງານນຳພາ-ບັນຊາ ແລະພະນັກງານຫຼັກ
ແຫຼ່ງຫ້ອງເຕັກນິກວິທະຍາຄານພະລາທິການກອງທັບ ໃນວັນທີ 16 ກຸມພາ 2017 ທີ່ຜ່ານມານີ້, ມີ ພັນເອກ ແສງຈັນ ແກ້ວປັນຍາ ຫົວໜ້າການເມືອງ
ວິທະຍາຄານ, ມີຄະນະພັກ-ຄະນະບັນຊາ ແລະພະນັກງານ-ນັກຮົບເຂົ້າຮ່ວມຮັບຟັງ.

                  
                                                                    ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຫ້ອງເຕັກນິກວິທະຍາຄານພະລາທິການກອງທັບ

     ທ່ານຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານໄຊຊະນະທີ່ຫ້ອງເຕັກ ນິກວິທະຍາຄານພະລາທິການກອງທັບຍາດ
ມາໄດ້ຕະຫຼອດໄລຍະຜ່ານມາ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ຄວາມສຳຄັນຂອງຫ້ອງເຕັກນິກ ວຽກງານເຕັກນິກໃນພາລະກິດຕໍ່ສູ້ກູ້ຊາດຜ່ານມາ
ແລະຮຽກຮ້ອງໃຫ້ພະນັກງານຂັ້ນນຳພາ-ບັນຊາຫ້ອງເຕັກນິກວິທະຍາຄານພະລາທິການກອງທັບ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບ ຮົມວຽກງານການເມືອງ
ນຳພາແນວຄິດເປັນກົກ ເຮັດໃຫ້ພະນັກງານສະມາຊິກພັກ-ນັກຮົບຮັບຮູ້ເຊື່ອມຊຶມແນວ ທາງນະໂຍບາຍຂອງພັກ-ລັດໃນໄລຍະໃໝ່ ເພື່ອເພີ່ມທະວີບົດບາດ
ການນຳພາຂອງພັກ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນມີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປະ
ຕິບັດຫຼັກການລວມສູນປະຊາທິປະໄຕ.