ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບ ເປີດການແຂ່ງຂັນຍິງປືນມິດຕະພາບ

     ວັນທີ 17 ກຸມພາ 2017 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ເປີດການແຂ່ງຂັນຍິງປືນຂຶ້ນຢູ່ທີ່ສະໜາມຍິງປືນກອງຍິງປືນສາກົນ199, ໃຫ້ກຽດເປັນ
ປະທານໂດຍ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີ ທ່ານ ພົນຈັດຕະວາ
ວົງຄໍາ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະກົມໃຫຍ່, ຄະນະຫ້ອງການຈາກສອງກົມໃຫຍ່, ຄະນະກອງພັນ ພ້ອມດ້ວຍຄູເຝິກ
ກອງຍິງປືນສາກົນ 199 ຕະຫຼອດຮອດນາຍ ແລະພົນທະຫານເຂົ້າຮ່ວມ.

                  
                                                                           ພົນຕີ ແອສະໄໝ ເລືອງວັນໄຊ ເປັນປະທານເປີດການແຂ່ງຂັນຍິງປືນມິດຕະພາບ

     ທ່ານ ພົນຈັດຕະວາ ຄໍາພາ ສີພອນໄຊ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ໄດ້ຂຶ້ນກ່າວເປີດພິທີແຂ່ງຂັນຍິງປືນຢ່າງເປັນທາງການ, ຈຸດປະສົງເພື່ອ
ເປັນການຜູກແໜ້ນຄວາມສາມັກຄີມິດຕະພາບລະຫວ່າງກົມໃຫຍ່ເຕັກນິກກອງທັບ ກັບກົມໃຫຍ່ພະລາທິການ, ໃນການແຂ່ງຂັນຍິງຄັ້ງນີ້ມີ 2 ປະເພດປືນ
ຄື: ປືນສັ້ນ ແລະປືນຍາວ, ໄດ້ແບ່ງອອກເປັນ 2 ສາຍ ຄື: ສາຍທີ 1 ຄະນະກົມໃຫຍ່, ສາຍທີ 2 ແມ່ນລະຫວ່າງຄະນະກົມ + ຄະນະຫ້ອງຈາກສອງກົມໃຫຍ່,
ການແຂ່ງຂັນຍິງປືນມິດຕະພາບຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ພ້ອມທັງຮັບປະກັນຄວາມປອດໄພ ແລະໄດ້ຈົບລົງໃນທ່າມກາງ
ບັນຍາກາດແຫ່ງຄວາມສາມັກຄີ, ໄມຕີຈິດມິດຕະພາບຢ່າງແໜ້ນແຟ້ນ.