ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ເສນາທິການລົງຊຸກຍູ້ ແລະ ຢ້ຽມຢາມປ້ອມທະຫານຊາຍແດນ 153

     ໃນວັນທີ 18 ກຸມພາ 2017 ນີ້, ທ່ານ ພົນຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ
ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມ ແລະຢ້ຽມຢາມປ້ອມທະຫານຊາຍແດນ 153, ມີ ທ່ານ ຄໍາເພັດ ພົມມະລາດ ເຈົ້າເມືອງຫົງສາ, ຄະນະພັກ-ຄະນະບັນ
ຊາກອງບັນຊາການທະຫານແຂວງໄຊຍະບູລີ ແລະຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບທີ່ປະຈຳການຢູ່ປ້ອມທະຫານຊາຍແດນນ້ຳຂາມ
ໃຫ້ການຕ້ອນຮັບ.

                  
                                                                                ພົນຕີ ສຸວອນ ເລືອງບຸນມີລົງຊຸກຍູ້ ແລະ ຢ້ຽມຢາມປ້ອມທະຫານຊາຍແດນ 153

     ໂອກາດນີ້, ຮ້ອຍເອກ ຄຳລຸນ ໄຊຍະວົງ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 153 ກໍໄດ້ລາຍງານສະພາບໂດຍລວມໃນການຈັດຕັ້ງປະຕິ
ບັດໜ້າທີ່ວິຊາສະເພາະ ເຮັດໜ້າທີ່ເຄື່ອນໄຫວລຽບຕາມຊາຍແດນ ແລະ ຂອບເຂດໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບປອດໄພໂດຍພື້ນ
ຖານ, ຈາກນັ້ນທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບ ກໍໄດ້ໄປກວດກາເບິ່ງສະຖານທີ່ເຮືອນນອນ, ເຮືອນຄົວ, ລະບົບນ້ຳໃຊ້, ລະບົບໄຟຟ້າ ແລະ
ຂອບເຂດທີ່ປ້ອມຕັ້ງທັບຢູ່ ເຫັນວ່າມີທັງຂໍ້ຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍປະການທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດຕິດຕາມກວດກາເບິ່ງສະພາບ
ຢູ່ຂອບເຂດຊາຍແດນໃຫ້ມີຄວາມສະຫງົບ.

     ໂອກາດດຽວກັນນີ້ທາງຄອບຄົວ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກໍໄດ້ນຳເອົາເຄື່ອງອຸປະໂພກ-ບໍລິ ໂພກຈຳນວນໜຶ່ງມາມອບໃຫ້ກົມກອງດັ່ງກ່າວ.