ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປຶກສາຫາລືກະກຽມ
ເປີດກອງປະຊຸມວຽກງານວິທະຍາສາດ-ປະຫວັດສາດ

     ຕອນເຊົ້າວັນທີ 21 ກຸມພາ 2017 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມເປີດກອງປະຊຸມ
ວຽກງານ ວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບ ຄັ້ງທີ່ III ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພັນເອກ ວຽງໄຊ ສົມວິຈິດ ຫົວ
ໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະກົມ, ຄະນະພະແນກການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

                  
                                     ພັນເອກ ວຽງໄຊ ສົມວິຈິດ ເປັນປະທານກອງປະຊຸມປຶກສາຫາລືການກະກຽມເປີດກອງປະຊຸມວຽກງານ ວິທະຍາສາດ-ປະຫວັດສາດ ການທະຫານ

     ກອງປະຊຸມປຶກສາຫາລືຄັ້ງນີ້, ບັນດາສະຫາຍແຕ່ລະພາກສ່ວນໄດ້ເຊື່ອມຊຶ່ມກ່ຽວກັບໜ້າທີ່ຮັບຜິດຊອບຂອງຕົນ ແລະໄດ້ປະກອບຄຳຄິດຄຳເຫັນຂອງ
ແຕ່ລະວຽກງານຢ່າງກົງໄປກົງມາ ພ້ອມທັງສະເໜີຄຳເຫັນທີ່ເຮັດໃຫ້ພົບຄວາມຫຍຸ້ງຍາກຕໍ່ວຽກງານດັ່ງກ່າວ ເພື່ອຮັບປະກັນໃຫ້ການເຄື່ອນໄຫວປະສານ
ວຽກງານກັບພາກສ່ວນອື່ນທີ່ກ່ຽວຂ້ອງ ແລະການຈັດຕັ້ງປະຕິບັດໜ້າທີ່ໃຫ້ມີຄວາມລະອຽດ, ໄປຕາມແຜນການທີ່ວາງໄວ້ໃຫ້ໄດ້ຮັບໝາກຜົນສູງ.