ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ບັນຊາການທະຫານບົກ ຣາຊະອານາຈັກໄທຢ້ຽມຢາມລາວ

     ທ່ານ ພົນຈັດຕະວາ ຄໍາລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ທ່ານ ພົນເອກ ສະເຫລີມໄຊ
ສິດທິສາດ ຜູ້ບັນຊາການທະຫານບົກ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ເຊິ່ງພິທີຕ້ອນ
ຮັບເປັນທາງການໄດ້ຈັດຂື້ນຢ່າງສົມກຽດຢູ່ກະຊວງປ້ອງກັນປະເທດໃນວັນທີ 20 ກຸມພາ 2017 ນີ້.

                  
                                                                     ພົນຈັດຕະວາ ຄໍາລຽງ ອຸທະໄກສອນ ຕ້ອນຮັບຜູ້ບັນຊາການທະຫານບົກແຫ່ງຣາຊະອານາຈັກໄທ

     ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ພົນເອກ ສະເຫລີມໄຊ ສິດທິສາດ ແລະຄະນະໃນຄັ້ງນີ້, ແມ່ນເພື່ອມາສະເໜີຕົວ
ໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ບັນຊາການທະຫານບົກ ແຫ່ງຣາຊະອານາຈັກໄທຜູ້ໃຫມ່ ພ້ອມທັງໄດ້ປຶກສາຫາລືເພື່ອເສີມຂະຫຍາຍການ
ພົວພັນແລກປ່ຽນບົດຮຽນເຊິ່ງກັນ ແລະກັນໃນຂົງເຂດວຽກງານຕ່າງໆຮ່ວມກັບຄະນະຜູ້ແທນຝ່າຍລາວ ບົນຈິດໃຈມິດຕະພາບມີຄວາມເຊື່ອໝັ້ນໄວ້ວາງ
ໃຈເຊິ່ງກັນ ແລະກັນ ເພື່ອສັນຕິພາບມິດຕະພາບ ແລະການຮ່ວມມືທີ່ຍືນຍົງລະຫວ່າງ 2 ປະເທດ ກໍຄືໃນພາກພື້ນ, ໂດຍສະເພາະແມ່ນກົນໄກການຮ່ວມ
ມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ບັນຫາຢາເສບຕິດ, ການຮ່ວມມືກ່ຽວກັບແພດການທະຫານ ແລະບັນຫາອື່ນໆທີ່ທັງສອງຝ່າຍມີຄວາມ
ສົນໃຈ, ບົນຈິດໃຈພ້ອມກັນສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ໝົດໄປຢ່າງເປັນຮູບປະທຳ.

     ໃນໂອກາດດັ່ງກ່າວ ຜູ້ບັນຊາການທະຫານບົກກອງທັບໄທ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ, ເຂົ້າ
ຢ້ຽມຂໍ່ານັບ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ພ້ອມທັງໄດ້ລາຍງານຈຸດປະສົງ ແລະຜົນຂອງ
ການພົບປະແລກປ່ຽນສະພາບການກັບທ່ານຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໃຫ້ແກ່ລັດຖະມົນຕີຊາບ, ຫຼັງຈາກນັ້ນຄະນະໄດ້ເດີນ
ທາງໄປທ່ຽວຊົມບັນດາສະຖານທີ່ທ່ອງທຽວທາງປະຫວັດສາດ ແລະວັດທະນະທຳຢູ່ໃນນະຄອນຫຼວງວຽງຈັນຈຳນວນໜຶ່ງກ່ອນຈະໄດ້ເດີນທາງກັບຄືນປະ
ເທດ.