ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ເສນາທິການ ລົງເຄື່ອນໄຫວກວດກາ
ໂຄງການການກໍ່ສ້າງຢູ່ກອງພັນໃຫຍ່ 202

     ໃນວັນທີ 17 ກຸມພາ 2017 ນີ້, ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ເສນາທິການກອງທັບ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະກວດກາບັນດາໂຄງການການກໍ່ສ້າງຢູ່ກອງພັນໃຫຍ່ 202 ທີ່ຂຶ້ນກັບກອງພົນທີ 2.

                  
                                                                       ພົນຕີ ສຸວອນ ເລືອງບຸນມີ ລົງເຄື່ອນໄຫວກວດກາໂຄງການການກໍ່ສ້າງຢູ່ກອງພັນໃຫຍ່ 202

     ໃນການລົງເຄື່ອນໄຫວຢ້ຽມຢາມຂອງຫົວໜ້າກົມໃຫຍ່ເສນາທິການກອງທັບໃນຄັ້ງນີ້, ແມ່ນໄດ້ຮັບການຕ້ອນຮັບຈາກຄະນະພັກ-ຄະນະບັນຊາກອງ
ພັນໃຫຍ່ 202 ພ້ອມທັງໄດ້ຮັບຟັງການລາຍງານສະພາບຂອງກົມກອງໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນບັນດາຜົນງານການເຄື່ອນໄຫວຂອງກົມກອງໃນຕະ
ຫຼອດໄລຍະທີ່ຜ່ານມາທີ່ມີທັງຂໍ້ສະດວກ ແລະຂໍ້ຫຍຸ້ງຍາກໃຫ້ຂັ້ນເທິງໄດ້ຮັບຊາບ. ພ້ອມນີ້, ທ່ານ ພົນຕີ ສຸວອນ ເລືອງບຸນມີ ກໍໄດ້ລົງກວດກາເບິ່ງສະພາບ
ຕົວຈິງກ່ຽວກັບເຮືອນນອນ, ຫ້ອງການຢູ່ທີ່ກອງພັນໃຫຍ່ 202 ໃນການປຸກສ້າງແບບເຄິ່ງຖາວອນຂອງອ້າຍນ້ອງທີ່ສາມາດກຸ້ມຕົນເອງໄດ້ໃນໄລຍະຜ່ານມາ
ແລະໄດ້ກວດກາການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງກົມກອງຕື່ມອີກ.

     ນອກຈາກນີ້ກໍ່ໄດ້ໄປກວດກາເບິ່ງໂຄງການການກໍ່ສ້າງຫ້ອງການ, ເຮືອນນອນ, ເຮືອນກິນເຂົ້າລວມ ແລະສະໂມສອນ ເຊິ່ງເປັນຕຶກກໍ່ສ້າງແບບຖາວອນ
ຕາມມາດຕະຖານ ແລະໂຄງການດັ່ງກ່າວນີ້ ແມ່ນທຶນຮອນຂອງກະຊວງປ້ອງກັນປະເທດ ເພື່ອກໍ່ສ້າງແບບແໜ້ນໜາຖາວອນ ໂດຍຈະກວດກາກ່ຽວກັບຄຸນ
ນະພາບໃນ ການກໍ່ສ້າງຕາມມາດຕະຖານ, ຕາມສັນຍາ ເຊິ່ງແມ່ນບໍລິສັດພວງເພັດເປັນຜູ້ຮັບເໝົາກໍ່ສ້າງທັງໝົດ ໂດຍການກໍ່ ສ້າງແມ່ນໃຫ້ເລັ່ງລັດກໍ່ສ້າງ
ຕາມແຜນການ ແລະໃຫ້ສຳເລັດໃນການກໍ່ສ້າງຕາມສັນຍາ ແລະຕາມຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ.