ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 5 ຄົບຮອບ 35 ປີ

     ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 5 ຄົບຮອບ 35 ປີ ໄດ້ຈັດຂຶ້ນຢ່າງຄຶກຄື້ນໃນຕອນເຊົ້າຂອງວັນທີ 16 ກຸມພາ 2017 ນີ້, ຢູ່ທີ່ສະໜາມກີ
ລາຂອງກອງພົນທີ 5, ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງ
ປ້ອງກັນປະເທດ, ມີຄະນະພັກ-ຄະນະປົກຄອງແຂວງ, ບັນດາກົມກອງທັງກຳລັງຫຼວງ-ກຳລັງທ້ອງຖິ່ນ, ບັນດາສະຫາຍໃນຄະນະພັກ-ຄະນະບັນຊາ, ພະນັກ
ງານສະມາຊິກພັກ-ນັກຮົບ, ພະນັກງານປະຕິວັດອາວຸໂສບຳນານ, ອຳນາດການປົກຄອງ ແລະປະຊາຊົນບ້ານອ້ອມຂ້າງ, ຕະຫຼອດຮອດແຂກທີ່ຖືກເຊີນເຂົ້າ
ຮ່ວມຢ່າງຫຼວງຫຼາຍ.

                  
                                                                    ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 5 ຄົບຮອບ 35 ປີ

     ໃນພິທີ ພັນໂທ ວັນທອງ ບຸດຕະວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງພົນທີ 5 ໄດ້ກ່າວຫວນຄືນປະຫວັດສາດແຫ່ງການກຳເນີດເຕີບ
ໃຫຍ່ຂະຫຍາຍຕົວໃນຍ່ານທາງ 35 ປີທີ່ຜ່ານມາ, ກອງພົນທີ 5 ແມ່ນກົມກອງໜຶ່ງທີ່ໄດ້ຜ່ານການທົດສອບອັນລະອິດລະອ້ຽວພ້ອມກັບກົມກອງອື່ນໆຂອງ
ກອງທັບ, ໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດດ້ວຍຈິດໃຈພິລະອາດຫານປະກອບສ່ວນເຮັດໃຫ້ປະເທດຊາດມີຄວາມສະຫງົບສຸກ ແລະ
ມີການພັດທະນາຢ່າງຕໍ່ເນື່ອງມາເຖິງປັດຈຸບັນ, ພາຍໃຕ້ການຊີ້ນຳໂດຍກົງຮອບດ້ານຂອງກະຊວງປ້ອງກັນປະເທດ, ນັບແຕ່ມື້ສ້າງຕັ້ງຂຶ້ນມາພະນັກງານ-ນັກ
ຮົບທຸກຄົນໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ປ້ອງກັນເຂດນ້ຳແດນດິນດ້ວຍການຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດ
ຮອບດ້ານ ແລະປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະຄຸນນະພາບ, ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກອງທັບ
ເຂົ້າໃນການປັບປຸງ, ກໍ່ສ້າງກົມກອງ ເພີ່ມທະວີໃນການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ພະນັກງານ-ນັກຮົບໃນກົມກອງ ເຊື່ອມຊຶມກຳແໜ້ນ
ແນວທາງ ແຜນນະໂຍບາຍຂອງພັກ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ, ກົດໝາຍຂອງລັດຢ່າງເຂັ້ມງວດ, ເຮັດສຳເລັດໜ້າທີ່ການເມືອງຂອງກົມ
ກອງທີ່ພັກ-ລັດ ແລະປະຊາຊົນມອບໝາຍ, ຕັ້ງໜ້າກໍ່ສ້າງກຳລັງໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນ
ທັນສະໄໝ, ມີຄວາມຮັບຜິດຊອບຕໍ່ໜ້າທີ່, ມີຄວາມເປັນເອກະພາບພາຍໃນຄະນະພັກ-ຄະນະບັນຊາ, ມີຄວາມສາມັກຄີກັບພະນັກງານ-ນັກ ຮົບໃນກົມ
ກອງ ແລະພາຍນອກລະຫວ່າງກອງທັບກັບປະຊາຊົນຢ່າງແໜ້ນແຟ້ນ, ອອກແຮງແຂ່ງຂັນກັນສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ,
ກອງວັດທະນະທຳ, ກອງ 3 ປອດ ໃຫ້ປາກົດຜົນເປັນຈິງ, ເອົາໃຈໃສ່ຕໍ່ວຽກງານເຝິກແອບຮໍ່າຮຽນການທະຫານ ຍົກສູງຄວາມສາມາດຂອງພະນັກງານ
ນັກຮົບໃຫ້ມີຄວາມຊຳນິຊຳນານ ໄປພ້ອມໆກັບສ້າງພະລາທິການກັບທີ່ແນໃສ່ເຮັດໃຫ້ພະນັກງານ-ນັກຮົບໃນກົມກອງມີຊີ ວິດການເປັນຢູ່ທີ່ດີຂຶ້ນເປັນ
ກ້າວໆ.

     ເພື່ອເປັນທິດທາງໃຫ້ແກ່ການປັບປຸງກໍ່ສ້າງກົມກອງໃນຕໍ່ໜ້າໃຫ້ມີອັນພົ້ນເດັ່ນຕື່ມນັ້ນ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມຕໍ່ພິທີ,
ກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວທີ່ພະນັກງານ-ນັກຮົບໃນກົມກອງຍາດມາໄດ້ໃນຕະຫຼອດໄລຍະທີ່ຜ່ານມາ, ບັນດາຜົນ
ງານເຫຼົ່ານີ້ມັນໄດ້ສະແດງໃຫ້ເຫັນເຖິງການຊີ້ນຳ-ນຳພາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງພະນັກງານ-ນັກ
ຮົບໃນກົມກອງ ແລະທ່ານໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະພະນັກງານ-ນັກຮົບທົ່ວກອງພົນທີ 5 ວ່າ: ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີ
ງາມຂອງກົມກອງແຕ່ລະລຸ້ນຜ່ານມາໄດ້ສ້າງໄວ້ໃຫ້ຢູ່ຄູ່ກັບກົມກອງ, ໃນພິທີຍັງໄດ້ປະດັບຫຼຽນໄຊ ແລະມອບໃບຍ້ອງຍໍໃຫ້ແກ່ກົມກອງລວມໝູ່ ແລະບຸກ
ຄົນຈຳນວນໜຶ່ງ ໃນນີ້ປະດັບຫຼຽນໄຊພິລະອາດຫານຊັ້ນ I ມີ 1 ກົມກອງ, ຫຼຽນໄຊພິລະອາດຫານຊັ້ນ II ຈຳນວນ 4 ກົມກອງ ປະກອບມີ: ຫ້ອງການເສ
ນາທິການກອງພົນ, ຫ້ອງການເມືອງກອງພົນ, ຫ້ອງພະລາທິການ ແລະຫ້ອງການບໍລິຫານ. ສ່ວນຫຼຽນໄຊພິລະອາດຫານຊັ້ນ III ປະກອບມີ 14 ກົມກອງ ຄື:
ກອງພັນໃຫຍ່ 501, ກອງພັນນ້ອຍ 656, ກອງພັນນ້ອຍ 427, ກອງພັນນ້ອຍ 618, ກອງພັນນ້ອຍ 611, ກອງພັນນ້ອຍ 228, ກອງພັນນ້ອຍທີ 10,
ກອງພັນນ້ອຍທີ 23, ກອງພັນນ້ອຍທີ 11, ກອງພັນນ້ອຍທີ 18, ໂຮງໝໍ ກອງພົນ, ກອງຮ້ອຍ 404, ກອງຮ້ອຍ 306 ແລະກອງຮ້ອຍ 304.