ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ ກະຊວງປ້ອງກັນປະເທດ ຕ້ອນຮັບ​ການ​ເຂົ້າ​ອວຍພອນ​
ຂອງ​ຄະນະ​ກະຊວງ​ພະ​ລັງ​ງານ ​ແລະ ບໍ່​ແຮ່


     ໃນວັນທີ 19 ມັງກອນ 2021 ນີ້, ທີ່ກະຊວງປ້ອງກັນປະເທດ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ
ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າອວຍພອນຈາກ ຄະນະນໍາກະຊວງພະລັງງານ ແລະ ບໍ່ແຮ່ນໍາ ໂດຍ ທ່ານ ປອ ຄຳມະນີ ອິນທະ
ລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ.

     ໂອກາດ ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວຂອບໃຈຢ່າງອົບອຸ່ນຕໍ່ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍ ຄະ
ນະທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ທີ່ມີປະຫວັດການເຕີບໃຫຍ່ຂະຫຍາຍຕົວມາຍາວນານ ເຊິ່ງນັບແຕ່ມື້
ໄດ້ຮັບການສ້າງຕັ້ງຂຶ້ນກອງທັບປະຊາຊົນລາວ ກໍໄດ້ບຸກໜ້າບືນຕົວສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຈົນຍາດໄດ້ໄຊຊະນະເປັນກ້າວໆມາ.

     ໂອກາດນີ້, ທ່ານ ປອ ຄໍາມະນີ ອິນທະລາດ ພ້ອມຄະນະໄດ້ມອບເງິນ ຈໍານວນ 140 ລ້ານກີບ, ເພື່ອນຳໄປໝູນໃຊ້ເຂົ້າໃນການປັບປຸງວຽກງານດ້ານ
ຕ່າງໆ ຂອງກອງທັບຕື່ມອີກ.