ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ໃຫ່ຍຜູ້​ແທນ ຄັ້ງ​ທີ V ຄະ​ນະ​ພັກ​ຮາກ​ຖານ ກົມ ວສ-ປສ ການ​ທະຫານ


     ກອງ​ປະຊຸມ​ໃຫ່ຍ ຜູ້​ແທນຄະ​ນະ​ພັກ​ຮາກ​ຖານ ກົມ ວສ-ປສ ການ​ທະຫານ ຄັ້ງ​ທີ V ​ໄດ້​ເປີດ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 21 ມັງກອນ 2020 ພາບ​ໃຕ້​ການ​ເປັນ​ປະ
ທານ ຂອງ ​ສະຫາຍ ພົນ​ໂທ ທອງ​ລອຍ ສິລິວົງ ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວໜ້າ ກົມ​ໃຫ່ຍການ​ເມືອງກອງທັບ, ສະຫາຍ ພົນ
​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ​ເລຂາ​ຄະນະ​ພັກ, ຫົວໜ້າ​ກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ກອງ​ປະຊຸມ​ໃຫ່ຍ 74 ສະຫາຍ, ທີ່​ເປັນ​ຕົວ
​ແທນ​ໃຫ້​ສະມາຊິກ​ພັກ​ໃນ​ທົ່ວ ກົມ ວສ-ປສ ການ​ທະຫານ ​ເຂົ້າ​ຮວ່ມ.

     ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ ການ​ເມືອງ​ທັງ​ສອງ​ພາກ​ແຕ່​ປີ 2015-2019 ​ແລະ ທິດ​ທາງ 5 ປີ 2020-2025, ຮັບ​ຟັງ​ການ​ປະກອບ​ຄວາ​ມຄິດ​ຄວາມ​ເຫັນ​ບາງ
​ຂົງ​ເຂດ​ວຽກງານ ​ແລະ ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເອ​ົາຄະນະ​ພັກ​ຮາກ​ຖານ ຊຸດ​ທີ IV ມີ​ລາຍ​ຊື່​ດັ່ງ​ນີ້: 1​. ສະຫາຍ ພົ.ວ ວຽງ​ໄຊ ສົມ​ວິຈິດ ​ເລຂາ​ຄະນະ​ພັກ​ຮາກ​ຖານ, 2.
ສະຫາຍ ພັ.ອ ວິຊຽນ ສີສະ​ອາດ ຮອງ​ເລຂາ​ຄະນະ​ພັກ, 3. ສະຫາຍ ພັ.ອ ສຸ​ລິ​ວັນ ​ແສງ​ຈັນ ປະທານ​ກວດກາ​ພັກ, 4. ສະຫາຍ ສັນຕິ ຫຼ່ຽມຜີ ກຳມະການ​ພັກ, 5. ສະຫາຍ
ພັ.ທ ຄຳ​ໄຊ ສະ​ນີ​ແກ້ວ ກຳມະການ​ພັກ, 6. ສະຫາຍ ພັ.ທ ສັນຕິ ດວງ​ພູມີ ກຳມະການ​ພັກ, 7. ສະຫາຍ ພັ.ທ ຄຳ​ໄມ ບົວ​ຄຳ​ດີ ກຳມະການ​ພັກ ​ເພື່ອ​ສືບຕໍ່ນຳພາ​ກົມ​ກອງ​ປະ
ຕິບັດ​ມະຕິ​ກອງ​ປະຊຸມ​ໃນຕໍ່ໜ້າ​ໃຫ້​ສຳ​ເລັດ​ຜົນ ພ້ອມ​ທັງ​ປ່ອນ​ບັດ​ເລືອກ​ເອົາ​ຜູ້​ແທນ​ສົມບູນ​ຕາງໜ້າ​ເອົາ​ຄະນະ​ພັກ​ຮາກ​ຖານ​ກົມ ​ເຂົ້າ​ຮວ່ມກອງ​ປະຊຸມ​ໃຫຍ່​ຜູ້​ແທນຄະນະ​ພັກ
ກະຊວງ​ປ້ອງ​ກັນ​ປະ​ເທດຄັ້ງ​ທີ V ຕື່ມ​ອີກ.

     ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຮາກ​ຖານ​ ກົມ ວສ-ປສ ການ​ທະ​ຫານ ຄັ້ງ​ທີ IV ​ໄດ້​ດຳ​ເນີນ​ເປັນ​ເວລາ 1 ຄາບ ​ແລະ ສຳ​ເລັດ​ລົງ​ດ້ວຍ​ໝາກຜົນ​ອັນ​ສະຫງ່າ​ງາມ.