ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ແລະ ເປີດນຳໃຊ້ຕຶກປິ່ນປົວທົ່ວໄປ ຢູ່ໂຮງໝໍສູນກາງ 103 ກອງທັບ

     ໂຄງການກໍ່ສ້າງຕຶກປິ່ນປົວທົ່ວໄປ 9 ຊັ້ນ ຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ທີ່ກອງທັບປົດປ່ອຍປະຊາຊົນຈີນໃຫ້ການຊ່ວຍເຫຼືອໄດ້ກໍ່ສ້າງຢ່າງຂຸ້ນຂ້ຽວໃນ
ເນື້ອທີ່ທັງໝົດປະມານ 24.756 ມ2 ໂດຍປະກອບມີ: ຕຶກປິ່ນປົວພະຍາດລວມ, ຕຶກຊ່ຽວຊານຈີນ ແລະ ບັນດາສິ່ງອໍານວຍຄວາມສະດວກອື່ນໆທີ່ປະກອບຢູ່ນອກອາຄານ
ລວມມູນຄ່າການກໍ່ສ້າງທັງໝົດ 197 ລ້ານຢວນ (ສະກຸນເງິນຈີນ) ມາຮອດປັດຈຸບັນໄດ້ສຳເລັດ, ເຊິ່ງການສ້າງຕຶກປິ່ນປົວທົ່ວໄປໃນຄັ້ງນີ້ເປັນການຍົກລະດັບຄຸນນະພາບ
ໃນວຽກງານການແພດຂອງກອງທັບປະຊາຊົນລາວໃຫ້ມີປະສິດທິພາບສູງທຽບເທົ່າກັບສາກົນ ແລະ ພາກພື້ນ.


ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມພິທີມອບ-ຮັບໂຄງການ
ຊ່ວຍເຫຼືອກໍ່ສ້າງຕຶກປິ່ນປົວທົ່ວໄປ 9 ຊັ້ນ ຢູ່ໂຮງໝໍ 103 ກອງທັບປະຊາຊົນລາວ

     ພິທີມອບ-ຮັບໂຄງການຊ່ວຍເຫຼືອກໍ່ສ້າງຕຶກປິ່ນປົວທົ່ວໄປ 9 ຊັ້ນ ຢູ່ໂຮງໝໍ 103 ກອງທັບປະຊາຊົນລາວ ໄດ້ຈັດຂຶ້ນໃນວັນທີ 19 ມັງກອນນີ້, ຢູ່ທີ່ໂຮງໝໍ 103 ຝ່າຍ
ລາວ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຝ່າຍ
ສປ ຈີນ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ທະຫານເຮືອ ແມວ ຫົວ ຄະນະກໍາມະການທະຫານສູນກາງ, ຫົວໜ້າກົມວຽກງານການເມືອງ, ຄະນະກຳມະ
ການສູນກາງ, ມີຮອງລັດຖະມົນຕີ ພ້ອມດ້ວຍຄະນະນໍາກະຊວງປ້ອງກັນປະເທດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

     ໂອກາດດັ່ງກ່າວ ສະຫາຍ ພົນຕີ ຫລີ ຊີງເຈ ຮອງຫົວໜ້າກົມຮັບປະກັນພະລາທິການຄະນະກໍາມະການທະຫານສູນກາງ ຕາງໜ້າໃຫ້ລັດຖະບານ ສປ ຈີນ ກໍຄືກອງທັບ
ປົດປ່ອຍປະຊາຊົນຈີນ ໄດ້ກ່າວມອບໂຄງການວ່າ: ໂຄງການຊ່ວຍເຫຼືອໂຮງໝໍ 103 ກອງທັບປະຊາຊົນລາວແມ່ນວິທີທາງທີ່ສໍາຄັນຂອງສອງກອງທັບລາວ-ຈີນ ໃນການຈັດ
ຕັ້ງຜັນຂະຫຍາຍມະຕິຕົກລົງທີ່ເປັນເອກະພາບຮ່ວມກັນຂອງສອງການນໍາທັງສອງຝ່າຍທີ່ວ່າ: ສ້າງໃຫ້ເປັນສິ່ງທີ່ມີຄວາມໝາຍທາງດ້ານຍຸດທະສາດເປັນໝາກຜົນຫຼັກໝາຍ
ບອກໃຫ້ຮູ້ເຖິງການຮ່ວມມືແລກປ່ຽນຂອງສອງກອງທັບຈະຕ້ອງໄດ້ມີການພັດທະນາຢ່າງຮອບດ້ານ ທັງເປັນການຕື່ນຕົວເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ສົ່ງຜົນຢ່າງເລິກເຊິ່ງ
ຖານບ້ານໃກ້ເຮືອນຄຽງທີ່ດີຂອງສອງປະເທດ, ພວກເຮົາເຊື່ອໝັ້ນວ່າສອງ ກອງທັບ ຈີນ-ລາວ ຈະຖືເອົາການເປີດນໍາໃຊ້ຕຶກປິ່ນປົວພະຍາດລວມໂຮງໝໍ 103 ຫຼັງນີ້ເປັນເວທີ
ທີ່ສໍາຄັນທາງດ້ານການຮ່ວມມືຂອງສອງກອງທັບຈີນ-ລາວໃຫ້ນັບມື້ກ້າວສູ່ລວງເລິກ, ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ, ສືບຕໍ່ຊຸກ
ຍູ້ສົ່ງເສີມຄວາມສໍາພັນຂອງສອງພັກ ສອງລັດ ແລະ ສອງກອງທັບ ຈີນ-ລາວ ກ້າວສູ່ຈຸດເລີ່ມໃໝ່ໄດ້ຮັບໝາກຜົນອັນໃໝ່ ແລະ ສ້າງໂສມໜ້າອັນໃໝ່ໃຫຍ່ຫຼວງກວ່າເກົ່າ.

     ສະຫາຍ ພົນຈັດຕະວາ ຄໍາເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ຕາງໜ້າໃຫ້ລັດຖະບານ ສປປ ລາວ ກໍຄືກະຊວງປ້ອງກັນປະເທດ ໄດ້ຂຶ້ນກ່າວ
ຮັບໂຄງການດັ່ງກ່າວ ໂດຍໄດ້ກ່າວວ່າ: ການສ້າງຕຶກປິ່ນປົວທົ່ວໄປໃນຄັ້ງນີ້ແມ່ນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການ
ຮ່ວມມືລະຫວ່າງສອງຊາດ, ສອງກອງທັບລາວ-ຈີນ ຕາມທິດ 4 ດີ ແລະ ທັງເປັນການຍົກລະດັບຄຸນນະພາບໃນວຽກງານການແພດຂອງກອງທັບປະຊາຊົນລາວ ໃຫ້ມີປະ
ສິດທິພາບສູງເທົ່າທຽບກັບສາກົນ ແລະ ພາກພື້ນ, ດັ່ງນັ້ນພວກຂ້າພະເຈົ້າຂໍຢືນຢັນວ່າ: ຈະປົກປັກຮັກສາ ແລະ ຊົມໃຊ້ຕຶກປິ່ນປົວທົ່ວໄປ 9 ຊັ້ນ ຢູ່ໂຮງໝໍ 103 ແລະ ວັດ
ຖຸອຸປະກອນການແພດທີ່ທາງຝ່າຍຈີນສ້າງ ແລະ ປະກອບໃຫ້ນີ້ເປັນຢ່າງດີ.

     ຈາກນັ້ນ ທັງສອງຝ່າຍກໍໄດ້ເປີດປ້າຍນໍາໃຊ້ຕຶກປິ່ນປົວທົ່ວໄປ 9 ຊັ້ນ ຢູ່ໂຮງໝໍ 103 ຢ່າງເປັນທາງການ ເຊິ່ງຝ່າຍ ສປ ຈີນ ແມ່ນສະຫາຍ ພົນເອກ ທະຫານເຮືອ ແມວ
ຫົວ ແລະ ຝ່າຍ ລາວ ແມ່ນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.