ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​ແຕ່ງ​ຕັ້ງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ
ເປັນຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ


ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ພິທີປະກາດການແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ເປັນຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຂຶ້ນໃນ ວັນທີ 18
ທັນວາ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງ ແລະ ບັນດາກົມ, ຫ້ອງການ ອ້ອມຂ້າງກະຊວງ ແລະ ກົມໃຫຍ່ເສ
ນາທິການກອງທັບເຂົ້າຮ່ວມ.

     ໂອກາດນີີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ມີຄໍາເຫັນວ່າ: ການມອບໝາຍໜ້າທີ່ເປັນການປະຕິບັດຕາມກົດໝາຍນາຍທະຫານກອງທັບ
ປະຊາຊົນລາວ, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຂອງກອງທັບ ກໍຄືກົມໃຫຍ່ເສນາທິການກອງທັບ, ທັງເປັນການປັບປຸງບູລະນະກົງ
ຈັກການຈັດຕັ້ງຢູ່ກົມໃຫຍ່ເສນາທິການກອງທັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດເຄື່ອນໄຫວເຮັດສໍາເລັດໜ້າທີ່ການເມືອງຕາມທີ່ພັກ-ລັດມອບ
ໝາຍໃຫ້, ພ້ອມກັນນັ້ນ, ກໍໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງສືບຕໍ່ຄົ້ນຄວ້າເຊື່ອມຊຶມກຳແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍແນວທາງແຜນນະໂຍ
ບາຍຂອງພັກ ແລະ ບັນດາມະຕິກອງປະຊຸມໃຫຍ່ຂອງພັກ ແລະ ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໂດຍສະເພາະ 4 ໜ້າທີ່ໃຫຍ່ 26 ແຜນງານທີ່
ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກໃຫ້ບັນລຸໝາກຜົນສູງ, ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້
ສູງຕິດພັນກັບການເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກກອງທັບໃຫ້ແໜ້ນແຟ້ນກວ້າງຂວາງ, ເຝິກຝົຫຼໍ່ຫຼອມຕົນເອງໃນຂະບວນວຽກງານຕົວຈິງ
ເປັນ ຕົ້ນແມ່ນເຝິກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນວິທີເຮັດວຽກທີ່ດີ. ນອກນັ້ນ, ກໍເອົາໃຈໃສ່ຕໍ່
ວຽກງານພົວພັນຮ່ວມມືກັບຕ່າງປະເທດໂດຍ ສະເພາະປະເທດເພື່ອນມິດຍຸດທະສາດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອຮ່ວມມືກັນໃນການກໍ່ສ້າງພະນັກ
ງານນັກວິຊາການ ໃຫ້ແກ່ກອງທັບເຮົາ ແລະ ບັນຫາສໍາຄັນແມ່ນພ້ອມກັນກັບໝູ່ຄະນະສູ້ຊົນປະຕິບັດໜ້າທີ່ຕາມທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດ.

     ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຮຽນຈົບຈາກ ໂຮງຮຽນນາຍທະຫານເສນາບັນຊາ ທີ່ໂອເດຊາ, ອະດີດ ສ ໂຊວຽດ ແລະ ຈົບປະລິນຍາໂທ
ວິທະຍາສາດປ້ອງກັນຊາດ ມະຫາວິທະຍາໄລ ມາດຣາສ ປະເທດອິນເດຍ, ເຄີຍເປັນ ຫົວໜ້າ ຫ້ອງການກົມໃຫຍ່ເສນາທິການ, ເປັນຫົວໜ້າກົມກຳລັງພົນ
ແລະ ເປັນຫົວໜ້າ ການທະຫານກອງພົນທີ 1.