ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ

     ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຣ ມານາເບະ
ຮອງລັດຖະມົນຕີກະຊວງປ້ອງກັນປະທດຍີ່ປຸ່ນ ຢູ່ທີ່ກະຊວງປ້ອງກັນປະເທດ ໃນວັນທີ 20 ທັນວາ 2018 ນີ້. ໃນໂອກາດທີ່ທ່ານ ແລະ ຄະນະເດີນທາງມາຢ້ຽມຢາມ ແລະ
ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 19-22 ທັນວານີ້.


ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນປະທດຍີ່ປຸ່ນ

     ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ
ໃນຄັ້ງນີ້. ເຊິ່ງຈະເປັນການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດລາວ-ຍີ່ປຸ່ນ ໃຫ້ນັບມື້ນັບມີການຂະຫຍາຍຕົວ.
ພ້ອມນີ້ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ກໍຄືປະຊາຊົນຍີ່ປຸ່ນໃນການພັດທະນາເສດຖະກິດ-ສັງຄົມຂອງລາວຕະຫຼອດມາ ເປັນ
ຕົ້ນການຊຸກຍູ້ສົ່ງເສີມນັກທຸລະກິດຍີ່ປຸ່ນເຂົ້າມາລົງທຶນຢູ່ລາວ, ການກໍ່ສ້າງພື້ນຖານໂຄງລ່າງ, ການຊ່ວຍເຫຼືອໃນຂົງເຂດກະສິກໍາ, ທຶນຊ່ວຍເຫຼືອຫຼ້າເພື່ອພັດທະນາຊັບພະ
ຍາກອນມະນຸດ ແລະ ດ້ານອື່ນໆ.

     ໂອກາດດັ່ງກ່າວ ທ່ານ ໂຣ ມານາເບະ ກໍໄດ້ສະແດງຄວາມຂອບອົບຂອບໃຈຕໍ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ
ກ່າວຕື່ມວ່າຈະພະຍາຍາມສຸມທຸກຄວາມສາມາດຂອງຕົນເພື່ອປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມືອັນດີລະຫວ່າງກະຊວງປ້ອງກັນປະເທດຍີ່ປຸ່ນ ແລະ
ສປປ ລາວໃຫ້ນັບມື້ຈະເລີນງອກງາມ ແລະ ແຕກດອກອອກຜົນຂຶ້ນເປັນກ້າວໆ ພ້ອມທັງໄດ້ແຈ້ງຜົນການພົບປະສອງຝ່າຍ ແລະ ແຜນການເຄື່ອນໄຫວໃຫ້ຮັບຊາບ.

     ສ່ວນພິທີພົບປະສອງຝ່າຍລະຫວ່າງກະຊວງປ້ອງກັນປະເທດລາວ-ຍີ່ປຸ່ນ ໄດ້ຈັດຂຶ້ນໃນເຊົ້າຂອງວັນດຽວກັນ. ຢູ່ທີ່ກະຊວງປ້ອງກັນປະເທດ ເຊິ່ງຝ່າຍລາວນຳໂດຍ ທ່ານ
ພົນຕີ ຄຳສີ ວົງຄຳຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ. ຝ່າຍຍີ່ປຸ່ນນຳໂດຍ ທ່ານ ໂຣ ມານາເບະ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ພ້ອມດ້ວຍ
ພະນັກງານ, ວິຊາການທັງສອງຝ່າຍເຂົ້າຮ່ວມ.

     ທ່ານ ພົນຕີ ຄຳສີ ວົງຄຳຊາວ ຕາງໜ້າກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານຮອງລັດ
ຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ແລະ ຄະນະໃນຄັ້ງນີ້ແມ່ນຢູ່ໃນທ່າມກາງບັນຍາກາດທີ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງຊາດສອງກະ
ຊວງປ້ອງກັນປະເທດ ລາວ-ຍີ່ປຸ່ນ ໄດ້ສືບຕໍ່ເພີ່ມທະວີ ແລະ ຮັດແໜ້ນກວ່າເກົ່າໃນດ້ານຕ່າງໆເຊິ່ງເຮັດໃຫ້ພວກເຮົາເຂົ້າໃຈກັນດີກວ່າເກົ່າ ແລະ ເປັນການປະກອບສ່ວນອັນ
ສຳຄັນເຂົ້າໃນການພັດທະນາການຮ່ວມມືລະຫວ່າງສອງຊາດ ສອງກະຊວງປ້ອງກັນປະເທດ ລາວ-ຍີ່ປຸ່ນ ໃຫ້ນັບມື້ຂະຫຍາຍຕົວດີຂຶ້ນເລື້ອຍໆ.

     ການພົບປະໃນຄັ້ງນີ້, ທັງສອງຝ່າຍໄດ້ປຶກສາຫາຫລືບັນຫາຕ່າງໆທີ່ຕ່າງຝ່າຍໃຫ້ຄວາມສົນໃຈ ພ້ອມນັ້ນກໍໄດ້ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງກະຊວງ
ປ້ອງກັນປະເທດໃນໄລຍະຜ່ານມາ ເຊິ່ງເຫັນວ່າ ການຮ່ວມມືລະຫວ່າງສອງຝ່າຍໄດ້ປະກອບສ່ວນທີ່ສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ທັງເປັນການຮັກສາບັນຍາກາດ
ການພົວພັນມິດຕະພາບອັນດີເຊິ່ງກັນ ແລະ ກັນ ລະຫວ່າງສອງຊາດ, ສອງກະຊວງປ້ອງກັນປະເທດລາວ-ຍີ່ປຸ່ນ ຢ່າງຕໍ່ເນື່ອງ.