ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ່ອງແສງວຽກງານພັກ-ວຽກງານການເມືອງ ຂອງບັນດາ
ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ 4 ແຂວງພາກເໜືອ

     ກອງປະຊຸມສະຫຼຸບສ່ອງແສງວຽກງານພັກ-ວຽກງານການເມືອງປະຈໍາໄຕມາດ IV ປີ 2016, 4 ແຂວງພາກເໜືອ ແລະກອງ “ກ 3” ໄດ້ໄຂຂຶ້ນໃນຕົ້ນ
ເດືອນ ທັນວາ 2016 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງ ພົນຕີ ອ່ອນສີ ແສນສຸກ ຄະນະປະຈໍາ
ພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍີ ແກ້ວຄຸນເມືອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆ
ຫຼວງນໍ້າທາ ມີຄະນະພັກ-ຄະນະບັນຊາ ແລະພະນັກງານວິຊາການທີ່ກ່ຽວຂ້ອງຈາກກອງບັນຊາການທະຫານແຂວງຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ, ກອງ “ກ 3”
ແລະກອງບັນຊາການທະຫານແຂວງຫຼວງນໍ້າທາ ເຂົ້າຮ່ວມ.

                                
                         ພົນຕີອ່ອນສີແສນສຸກ ເປັນປະທານກອງປະຊຸມສະຫຼຸບສ່ອງແສງວຽກງານພັກ-ວຽກງານການເມືອງ ຂອງບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ 4 ແຂວງພາກເໜືອ

     ໃນກອງປະຊຸມຜູ້ຕາງໜ້າແຕ່ລະກົມກອງກໍ່ໄດ້ພັດປ່ຽນກັນຂຶ້ນລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານພັກ-ວຽກງານການເມືອງຕະ
ຫຼອດໄລຍະ 3 ເດືອນຜ່ານມາ, ເຊິ່ງຄະນະພັກ-ຄະນະບັນຊາແຕ່ລະກົມກອງໄດ້ຖືເອົາການສຶກສາອົບຮົມການເມືອງນໍາພາແນວຄິດເປັນບັນຫາກົກ, ຖືເອົາ
ຄວາມສາມາດໃນການປະຕິບັດໜ້າທີ່ວິຊາສະເພາະເປັນສຳຄັນ, ໂດຍແນໃສ່ສ້າງກົມກອງໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ຈາກນັ້ນກໍໄດ້ຍົກໃຫ້ເຫັນ
ການສ້າງສາພັດທະນາກົມກອງ ແລະການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບແຕ່ລະກົມກອງອັນໄດ້ເຮັດໃຫ້ກົມກອງໄດ້ຮັບການພັດທະນາ
ກ້າວຂຶ້ນຢ່າງຕໍ່ເນື່ອງ ແລະຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ດີຂຶ້ນເປັນກ້າວໆ ພ້ອມນີ້ຍັງຍົກໃຫ້ເຫັນບັນຫາປາກົດການຫຍໍ້ທໍ້ຕາມແນວ
ຊາຍແດນ ເຊັ່ນ: ການຄ້າຂາຍສິ່ງຜິດກົດໜາຍ, ການເຄື່ອນຍ້າຍຂອງພົນລະເມືອງ, ການເຂົ້າ-ອອກເມືອງຜິດກົດໝາຍ ແລະສະພາບການອື່ນໆຂອງບັນ
ດາແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ, ບັນຫາດັ່ງກ່າວນີ້ເປັນສິ່ງທ້າທ້າຍ ແລະຈະຕ້ອງໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າ.

     ໂອກາດດັ່ງກ່າວນີ້ ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານຮອງເລຂາພັກແຂວງຮອງເຈົ້າແຂວງໆຫຼວງນໍ້າທາ ກໍໄດ້ພັດປຽ່ນກັນ
ໂອ້ລົມ ເຊິ່ງກ່ອນອື່ນທ່ານທັງສອງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງແຕ່ລະກົມກອງຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ເອົາ
ໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ແກ່ພະນັກງານ-ນັກຮົບເປັນບັນຫາສໍາຄັນ ໂດຍຕິດພັນກັບວຽກງານວິຊາສະເພາະເປັນຕົ້ນຕໍຍົກສູງ
ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ມີຄຸນນະພາບ, ໂດຍປີ່ນອ້ອມ 4 ແຜນງານໃຫຍ່ 26 ໂຄງການ ທີ່ຄະນະພັກກະຊວງປ້ອງກັນປະເທດ
ວາງອອກໃຫ້ປາກົດຜົນເປັນຈິງ ແລະພ້ອມກັນອອກແຮງສ້າງຂະບວນການສ້າງຜົນງານດ້ານຕ່າງໆໃຫ້ເປັນຂະບວນຟົດຟື້ນ ເພື່ອຂໍ່ານັບຮັບຕ້ອນວັນບຸນ
ສໍາຄັນຕ່າງໆຂອງຊາດ, ຂອງພັກ ເວົ້າລວມ, ເວົ້າສະເພາະກໍແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 68 ປີ.