ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການຮ່ວມມືໃນຂົງເຂດວຽກງານສື່ມວນຊົນກອງທັບ ລາວ-ຫວຽດນາມ

     ໃນການເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນໜັງສືພິມ “ບຽນຟ່ອງ” ທະຫານຊາຍແດນກອງທັບປະຊາຊົນຫວຽດ
ນາມ ໃນລະຫວ່າງວັນທີ 12-15 ທັນວາ 2016 ນຳໂດຍ ພັນເອກ ຫງວຽນ ຮົ່ງ ທ້າຍ ຮອງຫົວໜ້າບັນນາທິການໜັງສືພິມ “ບຽນຟ່ອງ” ທະຫານຊາຍ
ແດນກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າພົບປະສອງຝ່າຍກັບໜັງສືພິມກອງທັບປະຊາຊົນລາວໃນວັນທີ 13 ທັນວາ 2016 ນີ້, ເຊິ່ງທັງສອງໄດ້ຕີລາ
ຄາສູງຕໍ່ການຮ່ວມມືໃນຕໍ່ໜ້າ.

                                
                                                      

     ການຢ້ຽມຢາມ ແລະພົບປະສອງຝ່າຍ ລະຫວ່າງໜັງສືພິມກອງທັບປະຊາຊົນລາວ ແລະໜັງສືພິມທະຫານຊາຍແດນກອງທັບປະຊາຊົນຫວຽດນາມ ຖື
ວ່າເປັນຄັ້ງທຳອິດ ຖືກຕ້ອນຮັບໂດຍ ພັນເອກ ຄຳສາວ ແກ້ວວິເສດ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ພ້ອມຄະນະຢ່າງສົມກຽດ ແລະ
ມີການພົບປະສອງຝ່າຍ ໂດຍທັງສອງໄດ້ຕີລາຄາສູງການຮ່ວມມືໃນຕໍ່ໜ້າ ແນໃສ່ສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານນຳກັນ, ທັງສອງຝ່າຍໄດ້ຕົກລົງ
ເຫັນດີມີການພົວພັນເຊິ່ງກັນ ແລະກັນເປັນປົກກະຕິ, ແລກປ່ຽນຂ່າວທີ່ສຳຄັນຂອງກອງທັບຜ່ານທາງອິນເຕີເນັດ, ຊ່ວຍເຫຼືອອຸປະກອນຮັບໃຊ້ວຽກງານສື່
ມວນຊົນ ແລະແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະກັນ ດ້ານວິຊາການນຳອີກ.

     ໂອກາດດັ່ງກ່າວ, ພັນເອກ ຄຳສາວ ແກ້ວວິເສດ ກ່າວວ່າ: ໃນໄລຍະຜ່ານມາໜັງສືພິມກອງທັບປະຊາຊົນລາວ ໄດ້ຮ່ວມມືຢ່າງແໜ້ນແຟ້ນກັບໜັງສື
ພິມ “ກວັນໂດຍ ເຢິນເຢິນ” ກອງທັບປະຊາຊົນຫວຽດນາມ ເຊິ່ງພວກເຮົາໄດ້ມີການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະກັນ, ມີການແລກປ່ຽນຂໍ້ມູນ
ຂ່າວສານ ແລະຢ້ຽມຢາມເຊິ່ງກັນ ແລະກັນເປັນປົກກະຕິ ສະນັ້ນການມາຢ້ຽມຢາມ ແລະພົບປະຂອງຄະນະຜູ້ແທນໜັງສືພິມທະຫານຊາຍແດນກອງທັບປະ
ຊາຊົນຫວຽດນາມຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ແລະມີຄວາມໝາຍສຳຄັນເລິກເຊິງໃນ ການເສີມຂະຫຍາຍຮ່ວມມືວຽກງານສື່ມວນຊົນນຳກັນໃນຕໍ່ໜ້າ ໃຫ້
ເລິກເຊິງ ແລະ ຮອບດ້ານ.