ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມ ວສ-ປສ ການທະຫານ ເຂົ້າອວຍພອນທູດທະຫານ ສສ ຫວຽດນາມ ປະຈຳລາວ

     ຕອນເຊົ້າຂອງວັນທີ 16 ທັນວາ 2016 ນີ້, ສະຫາຍ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງ
ປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນທູດທະຫານ ສສ ຫວຽດນາມ ໂດຍໃຫ້ການຕ້ອນຮັບຂອງ
ສະຫາຍ ພັນເອກ ພິເສດ ຕ້າວວັນຖ້າຍ ທູດທະຫານແຫ່ງ ສສ ຫວຽດນາມ ປະຈຳລາວ ພ້ອມຄະນະໃຫ້ການຕ້ອນຮັບ.

                                
                                                                      ພັນເອກ ວຽງໄຊ ສົມວິຈິດ ເຂົ້າອວຍພອນທູດທະຫານສສຫວຽດນາມ ປະຈຳລາວ

     ໃນໂອກາດນີ້ ສະຫາຍຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ສະແດງຄວາມຍິນດີ ແລະກ່າວຄຳອວຍພອນເນື່ອງໃນໂອກາດວັນ
ສ້າງຕັ້ງກອງທັບປະຊາຊົນຫວຽດນາມໄດ້ໝູນວຽນມາບັນຈົບຄົບຮອບ 72 ປີ (22/12/1944-22/12/2016) ເຊິ່ງສະຫາຍຍັງໄດ້ຍົກສາຍພົວພັນຮ່ວມ
ມືແບບພິເສດສອງຊາດສອງກອງທັບທີ່ມີມູນເຊື້ອຍາວນານນັ້ນ ຈົ່ງພ້ອມກັນເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມໂດຍສະເພາະສອງກອງທັບ ລາວ-ຫວຽດ
ນາມ ໃຫ້ໝັ້ນຄົງທະນົງແກ່ນ ອວຍພອນໃຫ້ກອງທັບປະຊາຊົນຫວຽດນາມ ຈົ່ງເປັນກອງທັບທີ່ເຂັ້ມແຂງທັນສະໄໝກ້າວຂຶ້ນ.

     ສະຫາຍ ພັນເອກ ພິເສດ ຕ້າວວັນຖ້າຍ ທູດທະຫານ ສສ ຫວຽດນາມ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການມາອວຍພອນຄັ້ງນີ້ ພ້ອມທັງຢືນຢັນ
ວ່າສອງກອງທັບ ຫວຽດນາມ-ລາວ ຈົ່ງເພີ່ມພູນຄູນສ້າງສາຍພົວພັນອັນດີງາມທີ່ມີມາແຕ່ດົນນານນັ້ນໃຫ້ນັບມື້ຂະຫຍາຍຕົວຢ່າງເລິກເຊິງ ແລະສືບຕໍ່ພົວ
ພັນການຮ່ວມມື ເພື່ອແລກປ່ຽນບົດຮຽນຊ່ວຍເຫຼືອກັນຕະຫຼອດໄປໃນຖານອ້າຍນ້ອງທີ່ດີ.