ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມພະນັກງານກົມໃຫຍ່ການເມືອງກອງທັບ
ເຂົ້າອວຍພອນທູດທະຫານຫວຽດນາມ ປະຈຳລາວ

     ໃນຕອນບ່າຍຂອງວັນທີ 19 ທັນວາ 2016 ນີ້, ສະຫາຍ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ
ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ໄປອວຍພອນທູດທະຫານຫວຽດນາມ ປະຈຳລາວ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ
ໝູນວຽນມາຄົບ ຮອບ 72 ປີ (22/12/1944- 22/12/2016) ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພັນເອກ ພິເສດ ຕາວ ວັນທາຍ ທີ່ປຶກສາທູດປ້ອງກັນ
ຊາດ ສສ ຫວຽດນາມ ປະຈຳລາວ.

                                
                                                                            ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ເຂົ້າອວຍພອນທູດທະຫານຫວຽດນາມ ປະຈຳລາວ

     ໃນໂອກາດນີ້, ສະຫາຍ ພັນເອກ ພິເສດ ຕາວ ວັນທາຍ ກໍໄດ້ຕາງໜ້າໃຫ້ກອງທັບປະຊາຊົນຫວຽດນາມ ກ່າວສະແດງຄວາມຂອບອົກຂອບໃຈຕໍ່ ສະ
ຫາຍ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ພ້ອມດ້ວຍຄະນະ ກໍຄືກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ທີ່ໄດ້ນຳເອົາກະຕ່າດອກໄມ້ມາອວຍພອນ ໃນວັນ
ທີ່ມີຄວາມໝາຍຄວາມສຳຄັນຂອງກອງທັບປະຊາຊົນຫວຽດນາມ ກໍຄືວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 72 ປີ, ເຊິ່ງມັນມີຄວາມໝາຍ
ຄວາມສຳຄັນທີ່ສຸດຕໍ່ກັບການພົວພັນຮ່ວມມືແບບພິເສດລະຫວ່າງສອງພັກ, ສອງລັດ ເວົ້າລວມ, ເວົ້າສະເພາະກໍຄືສອງກອງທັບຫວຽດນາມ-ລາວ ໃຫ້
ນັບມື້ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ.