ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ III ສະໄໝທີ IV

     ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ III ສະໄໝທີ IV ໄດ້ຈັດຂຶ້ນໃນວັນທີ 20 ທັນວາ ນີ້, ໂດຍການເປັນປະທານຂອງ
ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຊິ່ງທ່ານໄດ້ສັງລວມໃຫ້ເຫັນຢ່າງສັດ
ຈະວິພາກວ່າ: ໃນ 6 ເດືອນຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກກະຊວງ ກໍຄືຄະນະພັກແຕ່ລະຂັ້ນໃນການ ຈັດຕັ້ງປະຕິບັດແນວທາງແຜນນະ
ໂຍບາຍຂອງພັກ ແລະວຽກງານຈຸດສຸມຂອງຄະນະພັກກະຊວງພວກເຮົາສາມາດຍາດໄດ້ຜົນສຳເລັດທີ່ເປັນພື້ນຖານຫຼາຍດ້ານ ເປັນຕົ້ນແມ່ນສຸມໃສ່ຊີ້ນຳ
ນຳພາການຈັດຕັ້ງປະຕິບັດມະຕິວ່າດ້ວຍ 4 ແຜນງານໃຫຍ່ 26 ໂຄງການຂອງຄະນະພັກກະຊວງວາງອອກ ເຂົ້າສູ່ຊີວິດຕົວຈິງຂອງກົມກອງທ້ອງ ຖິ່ນ, ຮັບ
ປະກັນຄວາມສະຫງົບປອດໄພໃຫ້ແກ່ວັນບຸນ ແລະກອງປະຊຸມທີ່ສຳຄັນຕ່າງໆ ນັບທັງລະດັບສາກົນ ແລະລະດັບຊາດ.

                                
                                            ທ່ານພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມ ຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຄັ້ງທີ III ສະໄໝທີ IV

     ກອງປະຊຸມຄັ້ງນີ້ ແມ່ນຈະໄດ້ພ້ອມກັນສະຫຼຸບຕີລາຄາການນຳພາຂອງຄະນະບໍລິຫານງານພັກກະຊວງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ
ຄັ້ງທີ II ສະໄໝທີ IV ແລະກຳນົດທິດທາງສຸມໃສ່ນຳພາໃນ 6 ເດືອນຕົ້ນປີ 2017 ຈາກນັ້ນຈະໄດ້ຫັນເປັນມະຕິ III ສະໄໝທີ IV ຂອງຄະນະພັກກະຊວງ
ບົນຈິດໃຈສ້າງໃຫ້ໄດ້ຄວາມເປັນເອກະພາບສູງໃນການຕີລາຄາສະພາບການຈັດຕັ້ງຊີ້ນຳ-ນຳພາ, ມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມ
ເປັນຈິງ ຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາໃນວຽກງານຕົວຈິງໃຫ້ຖືກຕ້ອງທັນສະພາບການ
ແລະຮັບປະກັນໃນການວາງແຜນວຽກຈຸດສຸມໃສ່ຕໍ່ໜ້າໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກອງທັບ ແລະປະເທດເຮົາ, ພ້ອມກັນເປັນເຈົ້າການ
ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກກະຊວງວາງອອກ ດ້ວຍຈິດໃຈບຸກທະລຸ ມີການຫັນປ່ຽນໃໝ່ທີ່ດີຂຶ້ນກວ່າເກົ່າ
ແລະເກີດໝາກຜົນຕົວຈິງ.