ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການ​ທະຫານ ຈັດ​ຕັ້ງ​ກອງ​ປະຊຸມສະຫຼຸບວຽກງານ ​ເຄື່ອຂ່າ​ຍສະ​ຖາ​ບັນ​
ປ້ອງ​ກັນຊາ​ດ ​ແລະ ຄວາມໜັ້ນຄົງ​ອາຊຽນ ຄົບຮອບ 10 ປີ 2007-2016


ທ່ານ ພົນ​ຕີ ອ່ອນ​ສີ ​ແສນ​ສຸກ ຄະນະ​ປະຈຳ​ພັກ, ຮອງລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ​​ເປັນ​ປະທານ​ກອງ​ປະຊຸມ

     ຕອນ​ເຊົ້າ​ ວັນ​ທີ 21 ຕຸລາ ປີ 2020 ນີ້ ກົມ ວສ-ປສ ການ​ທະຫານ​ໄດ້​ເປີດ​ກອງ​ປະຊຸມ​ສະຫຼຸບ ວຽກງານ​ເຄືອ​ຂ່າ​ຍສະ​ຖາ​ບັນ​ປ້ອງ​ກັນຊາ​ດ ​ແລະ ຄວາມ
ໜັ້ນຄົງຄົບຮອບ 10 ປີ ຢ່າງ​ເປັນ​ທາງ​ການ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ພົນ​ຕີ ອ່ອນ​ສີ ​ແສນ​ສຸກ ຄະນະ​ປະຈຳ​ພັກ, ຮອງ​ລັດຖະມົນຕີ ກະຊວງ​ປ້ອງ
​ກັນ​ປະ​ເທດ, ມີ ທ່ານ  ພົນຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ ກົມ ວສ-ປສ ການ​ທະຫານ ພ້ອມ​ຄະນະ, ​ມີ​ຕາງໜ້າ 4 ກົມ​ໃຫ່ຍ, ມີ​ຜູ້ຕາງໜ້າ ກະຊວງ
​ປ້ອງ​ກັນ​ຄວາມ​ສະ​ຫົງ​ບ ​ແລະ ​ຕາງໜ້າຈາກ​ພາກສ່ວນ​ກ່ຽວຂ້ອງ​ 60 ກວ່າສະ​ຫາຍ ​ເຂົ້າ​ຮ່ວ​ມ.


ທ່ານ ພົນຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ ກົມ ວສ-ປສ ການ​ທະຫານ ຂຶ້ນຜ່ານບົດສະຫຼຸບວຽກງານເຄືອຂ່າຍປ້ອງກັນຊາດ ແລະ
ຄວາມໜັ້ນຄົງອາຊຽນ ( NADI ) ຄົບຮ​ອບ 10 ປີ

     ໃນ​ກອງ​ປະຊຸມ ທ່ານ ປະທານ ​ໄດ້​ກ່າ​ວ​ເປີດ​ກອງ​ປະຊຸມ​ຢ່າງເປັນທາງການ, ຈາກນັ້ນ ທ່ານ ພົນຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ ກົມ ວສ-ປສ
ການ​ທະຫານ ໄດ້ຂຶ້ນຜ່ານບົດສະຫຼຸບວຽກ ງານເຄືອຂ່າຍປ້ອງກັນຊາດ ແລະ ຄວາມໜັ້ນຄົງອາຊຽນ ( NADI ) ຄົບຮ​ອບ 10 ປີ ​ເຊິ່ງບົດ​ສະຫຼຸບ​ໄດ້​ຍົກ​ໃຫ້​
ເຫັນບົດບາດຄວາມໝາຍຄວາມ​ສຳຄັນ​ຂອງ​ວຽກງານ​ເຄື່ອຂ່າຍປ້ອງ​ກັນຊາ​ດ ​ແລະ ຄວາມໜັ້ນຄົງ​ອາຊາຽນ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ຜົນງານ​ການ​ເຄື່ອນ​ໄຫວ
ຈັດ​ຕັ້ງ​ກອງ​ປະຊຸມ​ວຽກງານ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ ປະສານສົມທົບ​ເຮັດ​ໃຫ້ປະຊາ​ຄົມ​ອາຊຽນ ມີ​ຄວາມ​ເປັນ​ເອກະ​ພາບ, ມີ​ສະຖຽນລະ​ພາບ ​ແລະ​ ມີ​ຄວາມໜັ້ນ
ຄົງ​ໃນ​ພາກພື້ນມາ​ຕະຫຼອດມາ, ມັນສະ​ແດງ​ອອກ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ​ແຕ່ລະ​ຂັ້ນ, ​ແຕ່ລະ​ໄລຍະ​ຢ່າງ​ເປັນ​ປົກກະຕິ ​ເຮັດ​ໃຫ້​ວຽກງານ​ດັ່ງກ່າວ ​ໄດ້​ມີ​ການ
​ປຶກສາ​ແລກປ່ຽນຄວາມຄິດ​ເຫັນ​ເຊິ່ງກັນ ​ແລະ ກັນຢ່າງ​ກົງ​ໄປ​ກົງ​ມາ ​ແລະ​ມີ​ຄວາມ​ສຳ​ເລັດ​ເປັນ​ຂັ້ນໆມາ, ກ​ອງປະຊຸມ​ຍັງ​ໄດ້​ເຜີຍ​ແຜ່​ທິດ​ທາງ​ແຜນການ​ໃນ
ຊຸມປີ​​ຕໍ່ໜ້າເພື່ອ​ຮັບຮອງ​ວຽກງານ​ໃນ​ສະ​ເພາະໜ້າ ​ແລະ ຍາວ​ນານ, ຈາກ​ນັ້ນ​ຍັງ​ມີ​ການ​ປະກ​ອບຄວາມ​ເຫັນ​ເຂົ້າ​ໃສ່​ບົດ​ສະຫຼຸບ ​ແລະ ທິດ​ທາງ​ແຜນການ​ຢ່າງ
​ກົງ​ໄປ​ກົງ​ມາ.


ຜູ້ແທນເຂົ້າຮ່ວມ​ກອງ​ປະຊຸມ

     ກອງ​ປະຊຸມ​ໄດ້​ດຳ​ເນີນ​ເປັນ​ເວລາ 1 ຄາບ​ເຊົ້າ​ດ້ວຍ​ຄວາມ​ເຄັ່ງຮ້ອນ ​ແລະ ມີ​ຜົນສຳ​ເລັດ​ຢ່າງ​ຈົບງາມ.


ຮູບ​ພາບ​ລວມຫຼັງຈາກ​ສຳ​ເລັດ​ກອງ​ປະຊຸມ