ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເດີນທາງ​ເຂົ້າຮ່ວມ
ພິທີເປີດງານແຂ່ງຂັນກີລາການທະຫານໂລກ ຄັ້ງທີ VII


     ໃນລະຫວ່າງວັນທີ 17-18 ຕຸລາ 2019 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະ ມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ
ໄດ້ເດີນທາງໄປຮ່ວມພິທີເປີດງານແຂ່ງຂັນກີລາການທະຫານໂລກ ຄັ້ງທີ VII ທີ່ນະຄອນ ຫວູຮານ ສປ ຈີນ ໂດຍໃຫ້ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ພົນຕີ ຫວູຮາຍ
ທາວ ຮອງຫົວໜ້າ ການເມືອງ ທະຫານແຂວງ ຫວູເປີຍ ເຊິ່ງສະຫາຍ ໄດ້ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມ ພິທີເປີດງານແຂ່ງຂັນກີລາການທະຫານໂລກຄັ້ງ ທີ VII
ນີ້ພ້ອມທັງໄດ້ລາຍງານ ກ່ຽວກັບທີ່ຕັ້ງພູມສັນຖານ ແລະ ການຂະຫຍາຍຕົວທາງດ້ານກະສິກຳ, ອຸດສາຫະກຳ ແລະ ການຄ້າພາຍໃນແຂວງ ຂອງຕົນ ແລະ ໂອກາດນີ້ ສະ
ຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນດ້ວຍໄມຕີຈິດມິດຕະພາບອັນແທ້
ຈິງ ແລະ ໃນຄໍ່າຄືນຂອງ ວັນທີ 18 ຕຸລາ 2019 ຜ່າ​ນມາ, ພິທີເປີດງານແຂ່ງຂັນກີລາ ການທະຫານໂລກຄັ້ງທີ VII ກໍໄດ້ ໄຂຂຶ້ນຢ່າງເປັນທາງການທີ່ ນະຄອນ ຫວູຮານ,
ແຂວງ ຮູເປີຍ ສປ ຈີນ. ໂດຍການກ່າວເປີດຂອງ ສະຫາຍເລຂາທິການໃຫຍ່ ສີຈິນຜິງ ຄະນະກຳມະການ ສູນກາງພັກຄອມມູນິດຈີນ, ປະທານ ປະເທດ ແຫ່ງ ສປ ຈີນ, ມີ
ບັນດາ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ນັກກິລາເຂົ້າຮ່ວມ.

     ງານແຂ່ງຂັນກີລາການທະຫານໂລກ ຄັ້ງທີ 7 ທີ່ ນະຄອນ ຫວູຮານ ແຂວງ ຮູເປີຍ ລວມ ມີ 138 ປະເທດເຂົ້າຮ່ວມ ແລະ ມີ 329 ລາຍການແຂ່ງຂັນ ແລະ ມີນັກກີ
ລາເຂົ້າຮ່ວມຫຼາຍກວ່າ 10.000 ຄົນ, ຕົ້ນກຳເນີດຂອງການຈັດງານແຂ່ງຂັນໃນຄັ້ງນີ້ ແມ່ນເພື່ອເປັນການລະນຶກເຖິງການສິ້ນສຸດສົງຄາມໂລກຄັ້ງທີ 2 ຄົບຮອບ 50 ປີ
ແລະ ການເຊັນບົດບັນທຶກຂອງອົງການສະຫະປະຊາຊາດ ເພື່ອຄວາມສາມັກຄີພາຍໃນທົ່ວໂລກ ແລະ ມິດຕະພາບໃນພາກພື້ນ, ກອງທັບຫຼາຍປະເທດຖືເອົາໂອກາດທ່າມ
ກາງຄວາມເປັນ ສັນຕິພາບ ເອກະພາບ ຈັດຕັ້ງມະຫະກຳກີລາການທະຫານໂລກຂຶ້ນຄັ້ງທຳອິດ ທີ່ນະຄອນຫຼວງ ໂຣມ ປະເທດອີຕາລີ ໃນວັນທີ 4 ກັນຍາ 1995, ຄັ້ງທີ II
ຈັດຂຶ້ນທີ່ປະເທດ ໂຄຼເອເຊຍ ປີ 1990, ຄັ້ງທີ III ຈັດຂຶ້ນທີ່ປະເທດ ອີຕາລີ ອີກຄັ້ງໃນປີ 2003, ຄັ້ງທີ IV ແມ່ນຈັດຂຶ້ນທີ່ປະເທດ ອິນເດຍ ໃນປີ 2007, ຄັ້ງທີ V ຈັດຂຶ້ນ
ທີ່ປະເທດບຣາຊິນ ໃນປີ 2011 ແລະ ຄັ້ງທີ VI ແມ່ນຈັດຂຶ້ນທີ່ ສ ເກົາຫຼີ ໃນປີ 2015 ເຊິ່ງການແຂ່ງຂັນກິລາໃນຄັ້ງນີ້ ຈະດຳເນີນໄປເປັນເວລາ 10 ວັນ ຈຶ່ງຈະສຳເລັດ.

     ໂອກາດທີ່ເດີນທາງເຂົ້າຮ່ວມພິທີເປີດງານແຂ່ງຂັນ ກີລາການທະຫານໂລກ ຄັ້ງທີ VII ຄັ້ງນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍ ລັດຖະມົນຕີ ຈາກ
ປະເທດຕ່າງໆ ທີ່ເຂົ້າຮ່ວມກໍໄດ້ເຂົ້າຢ້ຽມຂໍ່າ ນັບສະຫາຍເລຂາທິການໃຫຍ່ ສີຈິນຜິງ ປະທານປະເທດແຫ່ງ ສປ ຈີນ ພ້ອມທັງຮັບຟັງການຖະແຫຼງການພິທີເປີດງານແຂ່ງຂັນ
ກິລາການທະຫານໂລກຄັ້ງທີ VII ອີກດ້ວຍ.