ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວາງສີລາລຶກກໍ່ສ້າງໂຮງແຮມເລກ 1

     ພິທີວາງສີລາລຶກກໍ່ສ້າງໂຮງແຮມເລກ 1 ທີ່ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2018 ນີ້, ໂດຍມີ ທ່ານ ພົນຕີ ອ່ອນສີ ແສນສຸກ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍປະທານ, ຮອງປະທານບໍລິສັດຜູ້ຮັບ
ເໝົາກໍ່ສ້າງໂຮງແຮມ ແລະ ຕາງໜ້າພະແນກການ, ກົມກອງອ້ອມຂ້າງແຂວງຫຼວງພະບາງເຂົ້າຮ່ວມ.


ພົນຕີ ອ່ອນສີ ແສນສຸກ ຕັດແຖບຜ້າເປີດພິທີໂຄງການກໍ່ສ້າງໂຮງແຮມເລກ 1 ແຂວງຫຼວງພະບາງ

     ທ່ານ ພັນເອກ ສົມສັກ ສີນຸວົງ ຕາງໜ້າຫ້ອງວ່າການກະຊວງປ້ອງກັນປະເທດ (ຜູ້ຮ່ວມທຶນຝ່າຍລາວ) ໄດ້ລາຍງານການກໍ່ສ້າງໂຮງແຮມເລກ 1 ຫຼວງ
ພະບາງວ່າ: ການກໍ່ສ້າງໂຮງແຮມເລກ 1 ເປັນໂຮງແຮມທີ່ທັນສະໄໝ ໂດຍເນັ້ນໃສ່ຄວາມສະດວກສະບາຍພາຍໃນ ແລະ ພາຍນອກເປັນຈຸດເດັ່ນ, ມີສິ່ງອຳ
ນວຍຄວາມສະດວກໃຫ້ແກ່ແຂກທີ່ມາພັກເຊົາ, ມີຫ້ອງນອນທີ່ໄດ້ມາດຕະຖານຫຼາຍກວ່າ 40 ຫ້ອງ, ມີຫ້ອງອາຫານ, ຫ້ອງຮັບແຂກ, ມີສະຖານທີ່ລອຍນໍ້າ
ແບບລວມໝູ່ ແລະ ແບບຄອບຄົວໄວ້ບໍລິການ ເຊິ່ງລວມມູນຄ່າການກໍ່ສ້າງທັງ ໝົດປະມານ 40 ຕື້ກວ່າກີບ ໂດຍການຮ່ວມທຶນລະຫວ່າງລາວ-ຈີນ, ໂຄງ
ການດັ່ງກ່າວຈະໃຫ້ສຳເລັດໃນທ້າຍປີ 2019, ພາຍຫຼັງສຳເລັດ ແລະ ເປີດບໍລິການເຕັມຮູບແບບຈະເປັນສ່ວນໜຶ່ງປະກອບສ່ວນພັດທະນາການທ່ອງທ່ຽວ
ພາຍໃນແຂວງຫຼວງພະບາງໃຫ້ນັບມື້ໄດ້ຮັບການພັດທະນາ ທັງເປັນການປະກອບສ່ວນສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບ
ຮອບ 70 ປີ ຕື່ມອີກ.

     ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານຮອງເຈົ້າແຂວງໆຫຼວງພະບາງ ແລະ ປະທານບໍລິສັດສຳປະທານກໍ່ສ້າງ ໄດ້ພ້ອມກັນຂຶ້ນ
ຕັດແຖບຜ້າ ແລະ ຕັກຊີມັງປະສົມລົງເສົາເອກ ເພື່ອເປັນສີລິມຸງຄຸນໃຫ້ແກ່ການເປີດພິທີໂຄງການກໍ່ສ້າງໂຮງແຮມເລກ 1 ແຂວງຫຼວງພະບາງຢ່າງເປັນທາງ
ການ.