ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນສື່ສານ 205 ເປີດສົກຮຽນໃໝ່ 2016-2017


     ​ວັນທີ 14 ກັນຍາ ນີ້, ໂຮງຮຽນສື່ສານ 205 ໄດ້ຈັດພິທີເປີດສົກຮຽນໃໝ່ 2016-2017 ລະບົບກໍ່ສ້າງ-ບຳລຸງວິຊາສະເພາະສື່ສານ ໂດຍການເປັນປະ
ທານຂອງ ພັນເອກ ໄຊຍະພົນ ຈັນທະວົງ ຫົວຫນ້າກົມສື່ສານ ເຊິ່ງມີຄະນະພັກ-ຄະນະອຳນວຍການວິທະຍາຄານພະລາທິການ, ຄູ-ອາຈານ ແລະນັກຮຽນ
ນັກສຶກສາ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.


                                                              ພັນເອກໄຊຍະພົນຈັນທະວົງ ເປັນປະທານພິທີເປີດສົກຮຽນໃໝ່ 2016-2017 ຂອງໂຮງຮຽນສື່ສານ 205

     ພັນໂທ ຄຳຈັນ ພົມມະສານ ຄະນະອຳນວຍການ ຫົວຫນ້າພະແນກອົບຮົມໂຮງຮຽນສື່ສານ 205 ໄດ້ໃຫ້ຮູ້ວ່າ: ການເປີດສົກຮຽນໃນຄັ້ງນີ້ ເພື່ອແນໃສ່
ບຳລຸງກໍ່ສ້າງໃຫ້ພະນັກງານ-ນັກຮົບເຫລົ່າຮົບສື່ສານມີຄວາມຮູ້ຄວາມສາມາດ ເພື່ອເປັນການປັບປຸງ ແລະຂະຫຍາຍຕານ່າງເຫລົ່າຮົບສື່ສານໃນກຳລັງຫລວງ
ກຳລັງທ້ອງຖິ່ນໃຫ້ໄດ້ຕາມ ຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ ເຊິ່ງໃນສົກຮຽນ 2016-2017 ນີ້, ປະກອບມີ 3 ລະບົບຄື: ລະບົບກໍ່ສ້າງຊັ້ນກາງ 3 ປີ,
ລະບົບກໍ່ສ້າງຊັ້ນຕົ້ນ 1 ປີ, ລະບົບບຳລຸງ 6 ເດືອນ ມີນັກສຶກສາທັງໝົດ 165 ສະຫາຍ ທີ່ມາຈາກກຳລັງຫລວງ-ກຳລັງທ້ອງຖິ່ນ, ບົດຮຽນທີ່ນຳມາສິດສອນ
ໃນຄັ້ງນີ້ປະກອບມີຄື: ລະບົບຊັ້ນຕົ້ນມີ 4 ສາຂາວິຊາ ຄື: ສາຂາວິຊາໂທລະເລກ, ສາຂາວິຊາໂທລະຄົມ, ສາຂາວິຊາໂທລະສັບ ແລະສາຂາວິຊາໄຟຟ້າ.

     ໂອກາດໂອ້ລົມຕໍ່ພິທີ ພັນເອກ ໄຊຍະພົນ ຈັນທະວົງ ໄດ້ຮຽກຮ້ອງມາຍັງບັນດາຄູອາຈານ, ນັກຮຽນ-ນັກສຶກສາ ຈົ່ງເພີ່ມທະວີຄວາມເປັນເຈົ້າການໃນ
ການສິດສອນ-ຮຳ່ຮຽນ ແລະເຝິກຝົນຫລໍ່ຫລອມຕົນເອງ, ໃຫ້ກາຍເປັນນັກສຶກສາດີເດັ່ນ, ເອົາໃຈໃສ່ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ, ຂອງໂຮງ
ຮຽນວາງອອກຢ່າງເຂັ້ມງວດ, ສືບຕໍ່ປັບປຸງໂຮງຮຽນໃຫ້ມີແບບແຜນຈົບງາມ, ມີໂສມຫນ້າອັນໃໝ່ດີຂຶ້ນເລື້ອຍໆ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012