ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄຂສົກຮຽນໃໝ່ 2016-2017


     ​ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊໄຂສົກຮຽນໃໝ່ 2016-2017 ຂຶ້ນໃນວັນທີ 16 ກັນຍາ 2016 ພາຍໃຕ້ການເປັນປະທານຂອງ ພັນເອກ
ອິນຫວນ ວໍລະສານ ຫົວໜ້າການທະຫານໂຮງຮຽນ, ມີພັນໂທ ບຸນຜັນ ກົມມະກຸ້ຍ ຮອງຫົວໜ້າກົມໂຮງຮຽນ, ແຂກຈາກກົມກອງອ້ອມຂ້າງໂຮງຮຽນ,
ຄະນະຫ້ອງ, ຄະນະພະແນກ ຕະ ຫຼອດຮອດຄູ-ອາຈານ ແລະນັກຮຽນເຂົ້າຮ່ວມ.


                                             ພັນເອກອິນຫວນວໍລະສານ ເປັນປະທານໄຂສົກຮຽນໃໝ່ 2016-2017 ຂອງໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ

     ພັນໂທ ເພັດສະໝອນ ວິລະວອນ ຮອງຫົວໜ້າການທະຫານໂຮງຮຽນ, ຫົວໜ້າຫ້ອງການອົບຮົມ ໄດ້ຂຶ້ນຜ່ານໂຄງການຫຼັກສູດວຽກງານອົບຮົມ-ຫັດ
ແອບຂອງກົມໃຫຍ່ເສນາທິການກອງທັບ ແລະແຜນພັດທະນາການ ສຶກສາຂອງກະຊວງສຶກສາທິການ ແລະກີລາ, ແຜນການຜັນຂະຫຍາຍມະຕິກອງປະຊຸມ
ຄັ້ງທີ IV ຂອງອົງຄະນະພັກໂຮງຮຽນເຂົ້າໃນການປັບປຸງກໍ່ສ້າງ ແລະການສິດສອນສົ່ງຄວາມຮູ້ໃຫ້ນັກຮຽນປະຈຳສົກຮຽນ 2016-2017 ເຊິ່ງລະບົບກໍ່ສ້າງ
ຊັ້ນ ມ6 ໃຊ້ເວລາການສິດສອນ 1.088 ຊົ່ວໂມງ, ຊັ້ນ ມ7 ໃຊ້ເວລາການສິດສອນ 1.088 ຊົ່ວໂມງ, ລະບົບກໍ່ສ້າງນາຍສິບຊຸດທີ 20 ໂຄງການ 1 ປີ
ໃຊ້ເວລາຮຽນ 1.253 ຊົ່ວໂມງ, ຮຽນໝວດຄວາມຮູ້ທົ່ວໄປມີ 2 ວິຊາ, ຮຽນຄວາມຮູ້ພື້ນຖານວິຊາສະເພາະມີ 9 ວິຊາ, ຄວາມຮູ້ວິຊາສະເພາະມີ 6 ວິຊາ
ແລະບຳລຸງການທະຫານໂຄງການ 6 ເດືອນໃຊ້ເວລາຮຽນ 763 ຊົ່ວໂມງ ແບ່ງອອກເປັນ 3 ພາກຮຽນ ເປັນຕົ້ນພາກລະບຽບກີລາການທະຫານມີ 2 ວິຊາ
ແລະພາກການເມືອງ, ພະລາທິການມີ 2 ວິຊາ ເຊິ່ງມີນັກຮຽນ-ນັກສຶກສາທັງໝົດ 707 ສະຫາຍ ທີ່ມາຈາກກຳລັງຫຼວງ ແລະກຳລັງທ້ອງຖິ່ນໃນທົ່ວກອງ
ທັບ.

     ໂອກາດນີ້, ພັນເອກ ອິນຫວນ ວໍລະສານ ໄດ້ໂອ້ລົມຕໍ່ພິທີໂດຍຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງໂຮງຮຽນຕະຫຼອດຮອດພະນັກງານ, ຄູ-ອາຈານ ຍົກຄວາມຮັບຜິດຊອບໃນການຄຸ້ມຄອງບັນຊາ ແລະສົ່ງຄວາມຮູ້ໃຫ້ນັກຮຽນໂດຍຖືເອົາຄຸນະພາບເປັນກົກ ເນັ້ນໜັກໃຫ້ນັກຮຽນແຕ່ລະຄົນ
ຕ້ອງຮຽນດີ, ຮຽນເກັ່ງ ແລະປະຕິບັດລະບຽບວິໄນຂອງກອງທັບກໍຄືຂອງໂຮງຮຽນໃຫ້ເຂັ້ມງວດ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012