ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຂສົກຮຽນໃໝ່ 2016-2017 ຢູ່ວິທະຍາຄານການແພດກອງທັບ


     ​ວັນທີ 16 ກັນຍາ 2016 ນີ້, ວິທະຍາຄານການແພດກອງທັບ ໄດ້ຈັດພິທີເປີດສົກຮຽນໃຫມ່ 2016-2017 ໂດຍເປັນປະທານຂອງທ່ານ ພົນຈັດຕະ
ວາ ຄຳເພັດ ສີຊານົນ ຮອງຫົວຫນ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຕາງຫນ້າບັນດາວິທະຍາຄານ, ແຂກຖືກເຊີນ, ພະນັກ
ງານ, ຄູອາຈານ ແລະນັກສຶກສາເຂົ້າຮ່ວມ.


                                                            ພົນຈັດຕະວາຄຳເພັດສີຊານົນ ເປັນປະທານໄຂສົກຮຽນໃໝ່ 2016-2017 ຢູ່ວິທະຍາຄານການແພດກອງທັບ

     ພັນໂທ ດຣ ຈັນສະຫມອນ ມະຫາວົງ ຫົວຫນ້າການທະຫານວິທະຍາຄານການແພດກອງທັບ ໄດ້ຂຶ້ນຜ່ານແຜນການອົບຮົມຫຼັກສູດການຮຽນ-ການ
ສອນ ເຊິ່ງມີນັກສຶກສາທັງຫມົດ 80 ສະຫາຍ ມາຈາກກຳລັງຫຼວງ-ກຳ ລັງທ້ອງຖິ່ນ ໃນນີ້ຫຼັກສູດປະລິນຍາຕີແພດທົ່ວໄປລະບົບກໍ່ສ້າງ 6 ປີ ຊຸດທີ III ມີ
ນັກສຶກສາທັງຫມົດ 50 ສະຫາຍ, ລະບົບເຊື່ອມຕໍ່-ບຳລຸງແພດຊັ້ນສູງຂະແຫນງຫົວໃຈ-ເສັ້ນເລືອດ ມີນັກສຶກສາ 15 ສະຫາຍ ແລະລະບົບເຊື່ອມຕໍ່ແພດ
ຊັ້ນສູງຂະແໜງວາງຢາສະຫຼົບ-ຟື້ນຟູຊີບ ມີນັກສຶກສາ 15 ສະຫາຍ ທັງນີ້ກໍເພື່ອສ້າງພະນັກງານວິທະຍາສາດວິ ຊາການແພດຂອງກອງທັບເຮົາໃຫ້ໄດ້ທາງ
ດ້ານປະລິມານ ແລະຄຸນະພາບ ເຊິ່ງລະບົບກໍ່ສ້າງແພດທົ່ວໄປປະລິນຍາຕີມີ 52 ຫມວດວິຊາເທົ່າກັບ 78 ສາຍວິຊາຮຽນ, ລະບົບເຊື່ອມຕໍ່ຂະແຫນງຫົວ
ໃຈເສັ້ນເລືອດມີ 25 ວິຊາຮຽນ ໂດຍແບ່ງອອກເປັນ 3 ພາກ (ພາກພະຍາບານສາດ, ພາກອາການສາດ, ພາກພະຍາດ ແລະທວນເສັງຈົບຊັ້ນ).

     ໃນການໂອ້ລົມຕໍ່ພິທີ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ໄດ້ເນັ້ນຫນັກຫຼາຍບັນຫາສຳຄັນເປັນຕົ້ນແມ່ນຄະນະພັກ-ຄະນະອຳນວຍການ, ພະນັກ
ງານ-ຄູອາຈານ, ນັກສຶກສາ ຈົ່ງເພີ່ມທະວີຄວາມຮັບຜິດຊອບເປັນເຈົ້າການຄຸ້ມຄອງສິດສອນ-ຮ່ຳຮຽນເຮັດໃຫ້ສົກຮຽນນີ້ມີຜົນສຳເລັດ, ສ້າງໃຫ້ໄດ້ອາຈານ
ສອນດີ-ສອນເກັ່ງ, ນັກຮຽນດີເດັ່ນ ແລະສືບຕໍ່ປັບປຸງວິທະຍາຄານການແພດກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012