ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບ ຈັດຕັ້ງເຊື່ອມຊຶມເນື້ອໃນເອກະສານສຳຄັນຕ່າງໆ


     ​ໃນຕອນເຊົ້າວັນທີ 15/9/2016 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງເຊື່ອມຊຶມເນື້ອໃນເອກະ ສານຕ່າງໆໃຫ້ພະນັກງານໃນທົ່ວກົມ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ປອ ວົງຄຳ ພົມມະ ກອນ ຄະນະພັກກະຊວງ ຄະນະປະຈຳພັກອົງການກົມໃຫຍ່, ມີບັນດາຄະນະກົມ-ຫ້ອງການ, ຄະນະພັກ-ຄະນະບັນ ຊາ, ສະມາຊິກພັກ-ພະນັກງານຈາກກົມກອງທີ່ຂຶ້ນກັບເຂົ້າຮ່ວມ.


                                                                    ພົນຈັດຕະວາປອວົງຄຳພົມມະກອນ ເປັນປະທານຈັດຕັ້ງເຊື່ອມຊຶມເນື້ອໃນເອກະສານສຳຄັນຕ່າງໆ

     ເອກະສານທີ່ນຳມາເຜີຍແຜ່ຈັດຕັ້ງເຊື່ອມຊຶມໃນຄັ້ງນີ້ມີຢູ່ 4 ເນື້ອໃນເອກະສານຄື: ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງແນວ
ລາວສ້າງຊາດພາຍໃຕ້ຄຳຂວັນ “ເພີ່ມທະວີຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ, ປຸກລະດົມທົ່ວສັງຄົມແຂ່ງຂັນຮັກຊາດ ແລະພັດທະນາ ເພື່ອ
ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ” ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ສືບຕໍ່ບຸກທະລຸທັງ 4 ດ້ານເພື່ອຍົກ
ສູງບົດບາດ ແລະຄຸນະພາບການເຄື່ອນໄຫວຂອງແນວລາວສ້າງຊາດ, ເອກະສານຄວາມໝາຍຄວາມສຳຄັນຂອງວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບ
ຮອບ 25 ປີ (ວັນທີ 15/8/1991-15/8/2016).

     ການຈັດຕັ້ງເຜີຍແຜ່ເອກະສານໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກມີຄວາມຮັບຮູ້ເຊື່ອມຊຶມ, ມີຄວາມເປັນເອກະພາບຕໍ່ແນວທາງນະໂຍ
ບາຍຂອງພັກ-ລັດ ແລະ ນຳໄປໝູນໃຊ້ເຂົ້າໃນການປະຕິບັດຫນ້າທີ່ວຽກງານຕົວຈິງຂອງຕົນໃຫ້ມີຜົນສຳເລັດ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012