ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເພີ່ມອີກ 3 ທ່ານ


     ​ພິທີປະກາດແຕ່ງຕັ້ງຮອງລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່ຈຳນວນ 3 ທ່ານ ເຊິ່ງປະກອບມີທ່ານ ພົນຕີ ອ່ອນສີ ແສນສຸກ, ທ່ານ ພົນຕີ ພູວົງ
ວົງພົມ ແລະທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 14 ກັນຍາ 2016 ນີ້, ຢູ່ກະຊວງປ້ອງກັນປະເທດ ໂດຍເປັນກຽດເຂົ້າຮ່ວມ
ຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາ ທ່ານຮອງລັດຖະມົນ
ຕີ, ຫົວຫນ້າກົມ, ຮອງກົມໃຫຍ່ອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.


                                             ພົນໂທຈັນສະໝອນຈັນຍາລາດ ເປັນປະທານປະກາດແຕ່ງຕັ້ງຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເພີ່ມອີກ 3 ທ່ານ

     ໂອກາດດັ່ງກ່າວ ທ່ານ ວຽນທອງ ສິງຄຳພັນ ຮອງຫົວຫນ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ກໍໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະ
ມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກງານຢູ່ກະຊວງປ້ອງກັນປະເທດ
ເພື່ອຮັບປະກັນໃນການ ເຄື່ອນໄຫວປະຕິບັດຕາມພາລະບົດບາດ, ຫນ້າທີ່ທີ່ພັກ-ລັດມອບໝາຍໃຫ້ ໂດຍສະເພາະແມ່ນການປັບປຸງກໍ່ສ້າງກອງທັບປະຊາຊົນ
ລາວເປັນກອງທັບປະຕິວັດ, ມີແບບແຜນ ແລະທັນສະໄໝ ເຮັດສຳເລັດຫນ້າທີ່ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ.

     ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດກໍໄດ້ໂອ້ລົມ ແລະເນັ້ນໜັກໃຫ້ບັນດາທ່ານຮອງລັດຖະມົນຕີຄົນໃໝ່ໃຫ້ເອົາໃຈໃສ່ວຽກງານການ
ເມືອງ-ແນວຄິດ, ຄົ້ນຄວ້າຮ່ຳຮຽນທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ເປັນຕົ້ນແມ່ນເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງ
ພັກ ກໍຄືມະຕິວ່າດ້ວຍ 4 ແຜນງານໃຫຍ່ 26 ໂຄງການຂອງກະຊວງປ້ອງກັນປະເທດ ແລະຫັນມາໃຫ້ເປັນໂຄງການວຽກງານລະອຽດໃນຂອບເຂດຄວາມ
ຮັບຜິດຊອບຂອງຕົນ, ຕັ້ງໜ້າຄົ້ນຄວ້າ ແລະຈັດຕັ້ງປະຕິບັດທິດຊີ້ນຳຍຸດທະສາດຂອງພັກໃນການປັບປຸງກໍ່ສ້າງກອງທັບທັງ 3 ປະເພດກຳລັງ ໃຫ້ມີຄວາມ
ໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະເຂັ້ມແຂງ ທາງດ້ານການຈັດຕັ້ງ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ, ເປັນເສົາຄ້ຳອັນແໜ້ນແກ່ນ
ໃຫ້ແກ່ພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012