ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ “ ຂ 279 ” ຍ້ອງຍໍຜົນງານການເຂົ້າຮ່ວມປ້ອງກັນ
ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII


     ​ໃນວັນທີ 15 ກັນຍາ 2016 ນີ້, ຢູ່ທີ່ສະໂມສອນກອງ “ຂ 279” ໄດ້ຈັດພິທີມອບການຍ້ອງຍໍຜົນງານໃຫ້ພະນັກງານ-ນັກຮົບໃນກົມກອງທີ່ເຂົ້າຮ່ວມ
ການປ້ອງກັນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນຫຼວງທີ່ຜ່ານມາ ເຊິ່ງພາຍໃຕ້ການເຂົ້າ
ຮ່ວມເປັນປະທານຂອງ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການທະຫານກອງ “ຂ 279”, ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍພະນັກງານ-ນັກ
ຮົບໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.


                                                                   ພັນເອກເມກສະຫວັນແກ້ວດວງດີ ເປັນປະທານປະດັບຫຼຽນກາແຮງງານໃຫ້ຜູ້ທີ່ມີຜົນງານດີເດັ່ນ

     ໃນໂອກາດດັ່ງກ່າວ ພັນໂທ ອົມມະນີ ວິວັນທອງ ຮອງຫົວຫນ້າພະແນກການເມືອງກອງ “ຂ 279” ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດວ່າ
ດ້ວຍການປະດັບຫຼຽນໄຊແຮງງານຊັ້ນ II ແລະຊັ້ນ III ໃຫ້ແກ່ບຸກຄົນ ແລະກົມກອງລວມໝູ່ ແລະຜ່ານດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການປະດັບ
ຫຼຽນກາແຮງງານໃຫ້ຜູ້ທີ່ມີຜົນງານດີເດັ່ນໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນຫຼວງ
ໃນນັ້ນຢູ່ກອງ “ຂ 279” ມີຜູ້ໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈຳນວນ 8 ສະຫາຍ, ຫຼຽນໄຊແຮງ ງານຊັ້ນ III 10 ສະຫາຍ, ຫຼຽນກາແຮງງານ 12 ສະຫາຍ ແລະໄດ້ຮັບໃບຍ້ອງຍໍຂອງອະນຸກຳມະການເລືອກຕັ້ງລະດັບຊາດໃຫ້ 12 ສະຫາຍ.

     ການປະດັບຫຼຽນການຍ້ອງຍໍຜົນງານໃນຄັ້ງນີ້ ກໍເພື່ອຕອບສະໜອງຄຸນງາມຄວາມດີຂອງພະນັກງານ-ນັກ ຮົບທີ່ສາມາດເຮັດສຳເລັດໜ້າທີ່ຕາມການ
ມອບໝາຍຂອງຂັ້ນເທິງ, ເຊິ່ງກົມກອງໄດ້ຮັບໃຊ້ໃນວຽກງານປ້ອງກັນບັ້ນເລືອກຕັ້ງດັ່ງກ່າວໃຫ້ມີຄວາມສະຫງົບປອດໄພ 100%.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012