ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນສື່ສານ 205 ສະຫຼຸບຖອດຖອນບົດຮຽນຂະບວນ
ການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ


     ​ໂຮງຮຽນສື່ສານ 205 ກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນຂະບວນການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບ
ດ້ານປະຈຳສົກປີ 2014-2016 ໃນຕອນເຊົ້າວັນທີ 20 ກັນຍານີ້, ໂດຍການເປັນປະທານຂອງທ່ານ ພັນເອກ ກອງແກ້ວ ວໍລະຈິດ ຄະນະພັກກົມໃຫຍ່ເສ
ນາທິການ ຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະໜ່ວຍພັກ ແລະພະນັກງານສະມາຊິກພັກສົມ
ບູນ-ສຳຮອງເຂົ້າຮ່ວມ.


                                             ພັນເອກກອງແກ້ວວໍລະຈິດ ເປັນປະທານສະຫຼຸບຖອດຖອນບົດຮຽນຂະບວນການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ

     ພັນໂທ ຂັນທອງ ຫຼຽນວົງຄຳ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງໂຮງຮຽນສື່ສານ 205 ກອງ ທັບ ໄດ້ຜ່ານບົດສະຫຼຸບຕີລາຄາຄືນຂະບວນ
ການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານສົກປີ 2014-2015 ຜ່ານມາ, ຄະນະພັກຮາກຖານ-ໜ່ວຍພັກແຕ່ລະຂັ້ນໄດ້ເອົາໃຈໃສ່ຊີ້
ນຳ-ນຳພາໃນການປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ, ເຕັກນິກວິຊາການໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ພ້ອມທັງເປັນເຈົ້າການສຶກສາອົບ
ຮົມການເມືອງນຳພາແນວຄິດໃຫ້ພະນັກງານສະມາຊິກພັກ ແລະນັກຮົບ ເຊື່ອມຊຶມກຳແໜ້ນຕໍ່ແນວທາງ ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງ
ລັດ, ຂອງກອງທັບ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີ. ປັດຈຸບັນທົ່ວໂຮງຮຽນສື່ສານ 205 ກອງທັບ ມີ 1 ຄະນະພັກຮາກຖານ,
ມີ 6 ໜ່ວຍພັກທີ່ຂຶ້ນກັບ.

     ໃນພິທີຍັງໄດ້ມອບໃບຢັ້ງຢືນໃຫ້ 6 ໜ່ວຍພັກ ທີ່ໄດ້ຮັບການຢັ້ງຢືນເປັນໜ່ວຍພັກແຂງ-ຮູ້ນຳພາຮອບ ດ້ານ ແລະປະດັບຫຼຽນກຽດຕິຄຸນຂອງກະຊວງ
ປ້ອງກັນປະເທດໃຫ້ແກ່ພະນັກງານຜູ້ທີ່ມີຜົນງານຈຳນວນ 2 ສະຫາຍ, ໃຫ້ກຽດມອບໂດຍແມ່ນທ່ານ ພັນເອກ ກອງແກ້ວ ວໍລະຈິດ ແລະສືບຕໍ່ວາງເນື້ອໃນ
ຂໍ້ແຂ່ງຂັນຂະບວນການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານປະຈຳສົກປີ 2016-2017, ທ່ານ ພັກເອກ ກອງແກ້ວ ວໍລະຈິດ ໄດ້ໂອ້
ລົມຕໍ່ບັນດາໜ່ວຍພັກທີ່ໄດ້ຮັບການຢັ້ງຢືນເປັນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານໃນຄັ້ງນີ້ ແລະສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນການຈັດຕັ້ງປະ
ຕິບັດໜ້າທີ່ວຽກງານດ້ານຕ່າງໆຂອງຄະນະພັກຮາກຖານ, ບັນດາໜ່ວຍພັກຈົນໄດ້ຮັບນາມມະຍົດເປັນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ, ພ້ອມທັງຮຽກ
ຮ້ອງໃຫ້ 6 ໜ່ວຍພັກ ຈົ່ງພ້ອມກັນຕັ້ງໜ້າຮັກສາມູນເຊື້ອຂອງໜ່ວຍພັກແຂງນີ້ໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012