ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປຶກສາຫາລືກຽມຄວາມພ້ອມໃຫ້ແກ່ກອງປະຊຸມ
ສຳມະນາວິທະຍາສາດບັ້ນຮົບປົດປ່ອຍ ຜາຖີ່ ຄົບຮອບ 50 ປີ


     ​ຕອນບ່າຍຂອງວັນທີ 19 ກັນຍາ 2016 ນີ້, ຢູ່ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມປຶກສາຫາລື
ແລະເຊື່ອມຊຶມມະຕິຂອງກະຊວງປ້ອງກັນປະເທດກ່ຽວກັບການກະກຽມຈັດຕັ້ງສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ ຄົບຮອບ 50 ປີຂຶ້ນ ໂດຍເປັນ
ກຽດເຂົ້າຮ່ວມຂອງທ່ານພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະທ່ານພັນເອກ ສຸລິນ ພອນ ຄຳພະຈັນ ຫົວ
ໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ ພ້ອມດ້ວຍຄະນະສອງພາກສ່ວນເຂົ້າ ຮ່ວມ.


                                               ພັນເອກ ວຽງໄຊສົມວິຈິດ ເປັນປະທານປຶກສາຫາລືກຽມຄວາມພ້ອມໃຫ້ແກ່ກອງປະຊຸມສຳມະນາວິທະຍາສາດບັ້ນຮົບປົດປ່ອຍ ຜາຖີ່

     ກອງປະຊຸມໄດ້ພ້ອມກັນຮັບຟັງມະຕິຕົກລົງຂອງກະຊວງປ້ອງກັນປະເທດ ກ່ຽວກັບການກະກຽມກອງປະຊຸມສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່
ຄົບຮອບ 50 ປີ (1968-2018) ໂດຍມອບໃຫ້ກົມວິທະຍາສາດ-ປະຫວັດສາດ ການທະຫານ ສົມທົບກັບອຳນາດການປົກຄອງແຂວງ, ກອງບັນຊາການ
ທະຫານແຂວງຫົວພັນ ພ້ອມກັນເກັບກຳຂໍ້ມູນ ແລະມອບໝາຍຫົວບົດທີ່ຈະເຂົ້າສຳມະນາວິທະຍາສາດໃຫ້ພາກສ່ວນກ່ຽວຂ້ອງລົງ ເກັບກຳຂໍ້ມູນ ເພື່ອມາ
ຂຽນຮວບຮວມເປັນປື້ມປະຫວັດສາດບັ້ນຮົບປົດປ່ອຍຜາຖີ່ ພ້ອມທັງເກັບກຳຂໍ້ມູນພະຍານປະຫວັດສາດທີ່ຍັງມີຊີວິດຢູ່ລາວ ແລະສສ ຫວຽດນາມ ເພື່ອ
ເຊີນເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ພ້ອມດ້ວຍວຽກງານຮັບປະກັນ ແລະວຽກງານສ້າງແຜນການ, ວຽກງານງົບປະມານຮັບໃຊ້ຕ່າງໆຈາກລັດຖະບານ.

     ຈຸດປະສົງຂອງການຈັດຕັ້ງສຳມະນາຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ ໃນການຈັດຕັ້ງທ້ອນໂຮມເອົາປະຫວັດສາດຂອງ
ຊາດ ແລະປະຫວັດສາດຂອງກອງທັບໄວ້ໃຫ້ພະນັກງານ-ນັກຮົບ, ພໍ່ ແມ່ປະຊາຊົນ ແລະນັກຮຽນ-ນັກສຶກສາໄດ້ຄົ້ນຄວ້າຮໍ່າຮຽນຕາມຂໍ້ມູນທີ່ຖືກຕ້ອງຊັດ
ເຈນມີພະຍານຢັ້ງຢືນໃຫ້ເພາະບັ້ນຮົບປົດປ່ອຍຜາຖີ່ ຖືວ່າເປັນບັ້ນຮົບທີ່ສຳຄັນໃນການປົດປ່ອຍພາກເໜືອຂອງລາວ ເປັນສາເຫດຕົ້ນຕໍໃຫ້ ປະເທດລາວ
ສາມາດປົດປ່ອຍອອກຈາກການປົກຄອງຂອງຈັກກະພັດ ເພາະວ່າຜາຖີ່ແມ່ນຈຸດຍຸດທະສາດສຳຄັນເປັນຜາທີ່ສູງຊັນທີີ່ສຸດ ແລະຍາດແຍ່ງກັນຂຶ້ນໄປຄອບ
ຄອງ ແລະພວກເຮົາສາມາດປົດປ່ອຍຜາຖີ່ຢ່າງສົມບູນໃນເດືອນ ມີນາ 1968.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012