ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ


     ວັນທີ 19 ສິງຫາ 2020 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ໂດຍການເປັນ ປະ
ທານ ແລະ ເຜີຍແຜ່ຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະ
ນັກງານຫຼັກແຫຼ່ງທົ່ວ ກົມວິທະຍາສາດ-ປະຫວັດສາດ ເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ຜ່ານມະຕິວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່ ໂດຍອີງຕາມມະຕິ
ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກ່ຽວກັບການຍຶດໝັ້ນ ແລະ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງ, ເຖິງຖອງຕັ້ງ
ໜ້າກໍ່ສ້າງກຳລັງປະກອບອາວຸດປະຕິວັດຂອງປະຊາຊົນ ໃຫ້ໜັກແໜ້ນ ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ.

     ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ຂຶ້ນຜ່ານ 2 ມະຕິຄື: ມະຕິວຽກງານແນວໂຮມ ແລະ ວຽກງານມະ
ຫາຊົນຂອງພັກໃນໄລຍະໃໝ່ ແລະ ມະຕິວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນຍຸຕິທຳ. ສະຫາຍ ພົນຈັດຕະວາ ຄຳໝັ້ນ ວັນນະວົງ ຮອງຫົວໜ້າ
ກົມວິທະຍາສາດ-ປະຫວັດສາດ ການທະຫານ ຂຶ້ນຜ່ານ 2 ມະຕິຄື: ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການ
ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ 2020, ທິດທາງວຽກງານຈຸດສຸມ 6 ເດືອນ ທ້າຍປີ 2020 ແລະ ການດັດແກ້ຄາດ
ໝາຍແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ແລະ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບເອົາບົດລາຍງານການຈັດຕັ້ງປະຕິບັດແຜນຫງົບປະມານ
ແຫ່ງລັດ 5 ເດືອນຕົ້ນປີ 2020 ແລະ ການສະເໜີດັດແກ້ແຜນຫງົບປະມານແຫ່ງລັດປະຈຳ ປີ 2020.

     ການເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກໃນຄັ້ງນີ້ ເພື່ອເຮັດໃຫ້ທຸກພາກສ່ວນຮັບຮູ້ເຂົ້າໃຈການປັບປຸງເປັນເອກະພາບ ແລະ ປະຕິບັດຕາມຂັ້ນເທິງວາງອອກ
ເພື່ອຈຸດປະສົງແນໃສ່ຫັນເອົາມະຕິແຈ້ງການ ແລະ ຄຳແນະນຳຂອງຂັ້ນເທິງນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານ ໃຫ້ປາກົດຜົນເປັນຢ່າງສູງຕາມເງື່ອນໄຂທີ່ປະເທດ
ຊາດ ພວມຢູ່ໃນຄວາມຫຍຸ້ງຍາກທາງດ້ານຫງົບປະມານ.