ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດຮັບຮອງຄະນະພັກກອງພັນໃຫຍ່ 645 ຊຸດ​ໃໝ່ສະໄໝທີ VI


     ພິທີປະກາດຮັບຮອງ ຄະນະພັກຊຸດ​ໃໝ່ສະໄໝທີ VI ຂອງ ກອງພັນໃຫຍ່ 645 ໄດ້ຈັດຂຶ້ນ ໃນວັນທີ 15 ສິງຫາ 2019 ນີ້ ໂດຍການເປັນປະທານຂອງ ສະຫາຍ ພົນໂທ
ປອ ທອງລອຍ ສີລິວົງ, ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍທີ່ ຕາງໜ້າຈາກ ກົມ
ຈັດຕັ້ງພັກ, ກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກກອງພັນໃຫຍ່ 645 , ຄະນະພັກຮາກຖານ, ຄະນະໜ່ວຍພັກ, ພະນັກງານຫຼັກແຫຼ່ງ ແລະ ແຂກທີ່ຖືກ
ເຊີນເຂົ້າຮ່ວມ.

     ສະຫາຍ ພັນເອກ ທອງສີ ວິຈິດວົງສາ ຮອງຫົວໜ້າ ກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະພັກກະຊວງປ້ອງກັນປະເທດ ວ່າ
ດ້ວຍການຮັບຮອງ ຄະນະພັກກອງພັນໃຫຍ່ 645 ສະໄໝທີ VI ອີງໃສ່ກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ X ໝວດທີ V ມາດຕາ 25 ວ່າດ້ວຍສະໄໝ
ຜູ້ແທນ ຫຼື ກອງປະຊຸມໃຫຍ່ ສະມາຊິກພັກອີງໃສ່ ຜົນການປ່ອນບັດເລືອກຕັ້ງ ຄະນະພັກຊຸດ   ໃໝ່ສະໄໝທີ VI ຄັ້ງວັນທີ 27 ມີຖຸນາ 2019 ຂອງຄະນະພັກ ກອງພັນໃຫຍ່
645, ຄະນະພັກ ກະຊວງປ້ອງກັນປະເທດ ຕົກລົງຮັບຮອງເອົາ ຄະນະພັກກອງພັນໃຫຍ່ 645 ສະໄໝ ທີ VI ປະກອບມີ 9 ສະຫາຍດັ່ງນີ້: ສະຫາຍ ພັນເອກ ຄຳຫຼ້າ ສິມມະ
ວັດ, ສະຫາຍ ພັນເອກ ສົມລິດ ສີຫາບຸດ, ສະຫາຍ ພັນໂທ ຄຳຜາຍ ເຄນນະຄອນ, ສະຫາຍ ພັນໂທ ພູຄຳ ຄຳທອງໃບ, ສະຫາຍ ພັນໂທ ບຸນທົງ ສົນສັນຍາ, ສະຫາຍ ພັນ
ໂທ ສຸບິນ ດວງໂສພາ, ສະຫາຍ ພັນໂທ ສຸລິຍະພອນ ຄຳວົງສົດ, ສະຫາຍ ພັນໂທ ພູວຽງ ນ້ອຍບຸນຊູ, ສະຫາຍ ພັນໂທ ຄຳຕາ ໝັ້ນຈັນ, ມາດຕາ 1 ຮັບຮອງເອົາ ຄະນະປະ
ຈຳພັກ ປະກອບມີ 3 ສະຫາຍຄື: ສະຫາຍ ພັນເອກ ຄຳຫຼ້າ ສິມມະວັດ, ສະຫາຍ ພັນເອກ ສົມລິດ ສີຫາບຸດ, ສະຫາຍ ພັນໂທ ພູຄຳ ຄຳທອງໃບ, ມາດຕາ 2 ຮັບຮອງເອົາ
ເລຂາ-ຮອງເລຂາຄະນະພັກປະກອບມີດັ່ງນີ້: ສະຫາຍ ພັນເອກ ຄຳຫຼ້າ ສິມມະວັດ ເປັນເລຂາຄະນະພັກ, ສະຫາຍ ພັນເອກ ສົມລິດ ສີຫາບຸດ ເປັນຮອງເລຂາຄະນະພັກ, ມາດ
ຕາ 3 ຮັບຮອງເອົາປະທານ-ຮອງປະທານກວດກາພັກປະກອບມີ ສະຫາຍ ພັນໂທ ພູຄຳ ຄຳທອງໃບ ເປັນປະທານກວດກາພັກ, ສະຫາຍ ພັນໂທ ອະນຸໄທ ປໍພະວິໄຊ ເປັນ
ຮອງປະທານກວດກາພັກ, ສະຫາຍ ພັນຕີ ບຸນເລີດ ແກ້ວນາວາ ເປັນຮອງປະທານ ກວດກາພັກ.

     ໂອກາດນີ້ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ, ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ໄດ້ໃຫ້
ກຽດໂອລົມເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ ຄະນະພັກຂອງ ກອງພັນໃຫຍ່ 645 ສະໄໝທີ VI ດ້ວຍ ໝາກຜົນອັນຈົບງາມ ພ້ອມ
ທັງຮຽກຮ້ອງໃຫ້ ຄະນະພັກສືບຕໍ່ປະຕິບັດໜ້າທີ່ ການເມືອງຂອງກົມກອງ ດ້ວຍຄວາມຮັບຜິດຊອບສູງເຊື່ອມຊຶມກຳແໜ້ນແນວທາງຂອງພັກຕິດພັນກັບ 4 ໜ້າທີ່ໃຫຍ່ 26
ແຜນງານທີ່ ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ເປັນກົກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ
ລວມ ຂອງກົມກອງເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ໃນການພົວພັນຮ່ວມມືແລກປ່ຽນສະພາບການກັບອົງການປົກຄອງທ້ອງຖິ່ນ ເພື່ອເຮັດໃຫ້ຂອບເຂດຮັບ
ຜິດຊອບມີຄວາມສະຫງົບ ພ້ອມນີ້ກໍຕັ້ງໜ້າເຕົ້າໂຮມຄວາມສາມັກຄີ, ພາຍໃນພັກ, ພາຍໃນກົມກອງໃຫ້ເປັນປຶກແຜ່ນ ແລະ ພ້ອມກັນປັບປຸງກໍ່ສ້າງກຳລັງ-ກໍ່ສ້າງກົມກອງ
ໃຫ້ມີໃບໜ້າອັນໃໝ່ດີຂຶ້ນເປັນກ້າວໆ.