ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ກອງກຳລັງຊອກຄົ້ນຫາ
ຜູ້ສູນຫາຍຈາກໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື


ທ່ານ ສອນໄຊ ສີພັນດອນ ລົງຊຸກຍູ້ກອງກຳລັງປະຕິບັດໜ້າທີ່ຊອກຄົ້ນຜູ້ສູນຫາຍຈາກໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື

     ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະທານຄະນະຊີ້ນຳລະດັບຊາດແກ້ໄຂໄພ
ພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ລົງຊຸກຍູ້ກອງກຳລັງປະຕິບັດໜ້າທີ່ຊອກຄົ້ນຍາດຜູ້ສູນຫາຍຢູ່ສູນບັນຊາພາກສະໜາມ ຕັ້ງຢູ່ກອງບັນຊາການທະ
ຫານເມືອງສະໜາມໄຊ ໃນວັນທີ 18 ສິງຫານີ້, ໂດຍແມ່ນ ທ່ານ ພົນຈັດຕະວາ ຜາລົມ ລິນທອງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຫົວໜ້າຄະນະ
ຊີ້ນຳກວດກູ້ຊອກຄົ້ນຫາຜູ້ສູນຫາຍກະຊວງປ້ອງກັນປະເທດ ພ້ອມຄະນະ ໃຫ້ການຕ້ອນຮັບ ແລະ ລາຍງານໝາກຜົນຂອງການຊອກຄົ້ນເກັບກູ້ຜູ້ສູນຫາຍ
ແລະ ແຜນປະຕິບັດໜ້າທີ່ໃນຕໍ່ໜ້າໃຫ້ທ່ານຮອງນາຍົກລັດຖະມົນຕີໄດ້ຮັບຊາບໂດຍຫຍໍ້ ພາຍຫຼັງເກີດເຫດການສັນກັນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ
ແຕກໃນຄໍ່າຄືນຂອງວັນທີ 23 ກໍລະກົດ 2018 ກະຊວງປ້ອງກັນປະເທດກໍໄດ້ນຳໃຊ້ທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນທີ່ຕັ້ງທັບຢູ່ບໍລິເວນໃກ້ຄຽງບ່ອນ
ເກີດເຫດເປັນຕົ້ນແມ່ນກອງບັນຊາການທະຫານເມືອງສະໜາມໄຊ, ກອງພັນ 19 ທະຫານ ແຂວງອັດຕະປື ແລະ ກຳລັງຈາກກອງພັນໃຫຍ່ 502 ກອງພົນທີ
5 ສົມທົບກັບກຳລັງກູ້ໄພຈາກພາຍໃນ ແລະ ຕ່າງປະເທດ ຊ່ວຍເກັບກູ້ປະຊາຊົນທີ່ຕົກຄ້າງຢູ່ຕາມຫຼັງຄາເຮືອນ ແລະ ຕົ້ນໄມ້ ທັງຍົກຍ້າຍປະຊາຊົນໄປສູ່ເຂດ
ປອດໄພ.

     ພາຍຫຼັງນໍ້າຫຼຸດລົງກອງທັບກໍໄດ້ຮັບມອບໝາຍຈາກພັກ-ລັດໃຫ້ມີໜ້າທີ່ຊອກຄົ້ນຫາຜູ້ສູນຫາຍຈາກໄພພິບັດ ເຊິ່ງມາຮອດປັດຈຸບັນນີ້ມີກຳລັງທັງໝົດ
585 ສະຫາຍ, ຈາກທຸກເຫຼົ່າຮົບກົມກອງວິຊາສະເພາະກຳ ລັງຫຼວງ ແລະ ທ້ອງຖິ່ນເຂົ້າຮ່ວມປະຕິບັດໜ້າທີ່ຊອກຄົ້ນຢ່າງບໍ່ຢຸດເຊົາຈົນສາມາດເກັບກູ້ຜູ້ສູນ
ຫາຍໄດ້ແລ້ວ 34 ສົບ (ເສຍຊີວິດຢູ່ໂຮງໝໍ 5 ຄົນ) ໃນນັ້ນຕາມສະຖິຕິຜູ້ສູນຫາຍຕົວຈິງແມ່ນຍັງເຫຼືອພຽງ 36 ກໍລະນີເທົ່ານັ້ນ.

     ການຊອກຄົ້ນຜ່ານມາປະສົບກັບສະພາບດິນຟ້າອາກາດບໍ່ເອື້ອອຳນວຍເຊັ່ນ: ຝົນຕົກບໍ່ຂາດໄລຍະ, ພື້ນທີ່ຊອກຄົ້ນເປັນບວກຕົມເລິກ ແລະ ໜຽວ
ເຕັມແຕ່ອັນຕະລາຍຫຼາຍຈາກເສດເຫຼັກຕະປູ, ສັງກະສີຂາດ, ແລະ ສິ່ງກີດຂວາງຕ່າງໆ ພື້ນທີ່ການຊອກຄົ້ນກວ້າງຂວາງມີກິ່ນເໝັນຈາກຊາກສັດຕາຍທີ່ເນົ່າ
ເປື່ອຍ, ການລໍາລຽງກຳ ລັງພົນພາຫະນະ, ພົບຄວາມຫຍຸ້ງຍາກຍ້ອນຖະໜົນຫົນທາງຖືກຕັດຂາດ ຫຼື ຂີ້ຕົມເລິກ ແລະ ຕົ້ນໄມ້ທັບຖົມການສັນຈອນໄປມາ
ໃຊ້ແຕ່ເຮືອ ແລະ ລົດໄຖເທົ່ານັ້ນ.

     ທ່ານ ພົນຈັດຕະວາ ຜາລົມ ລິນທອງ ຍັງລາຍງານໃຫ້ ທ່ານຮອງນາຍົກຊາບຕື່ມອີກວ່າ: ເປັນຕົ້ນແມ່ນເລີ່ມແຕ່ຕອນເຊົ້າວັນທີ 14 ສິງຫານີ້ ເກີດເຫດ
ການຝົນຕົກຢ່າງຕໍ່ເນື່ອງເຮັດໃຫ້ນໍ້າລົ້ນຝັ່ງເຊປຽນໄຫຼຖ້ວມບໍລິ ເວນປະສົບໄພພິບັດຢ່າງໄວວາ ແລະ ຖ້ວມສູນບັນຊາການພາກສະໜາມຢ່າງກະທັນຫັນ ຈຳ
ເປັນຈິ່ຶງຕ້ອງໄດ້ຍົກ ຍ້າຍກຳລັງພົນ ແລະ ພາຫະນະຮັບໃຊ້ໄປສູ່ເຂດປອດໄພຢ່າງຮີບດ່ວນທີ່ສຳນັກກອງບັນຊາການທະຫານເມືອງ ສະໜາມໄຊ ທັງສືບຕໍ່ປັບ
ປຸງທີ່ພັກອາໄສປັບປຸງລະບຽບແບບແຜນເຮັດວຽກງານແນວຄິດໃຫ້ພະນັກງານ-ນັກ ຮົບເພື່ອກຽມປະຕິບັດໜ້າທີ່ຕໍ່ໄປ.

     ສຳລັບດ້ານແນວຄິດຂອງພະນັກງານ-ນັກຮົບນັ້ນລ້ວນແລ້ວແຕ່ມີຄວາມຫ້າວຫັນມີຄວາມສາມັກຄີ ແລະ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ.

     ສຳລັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆນັ້ນແມ່ນທະຍອຍສູ່ສູນຜູ້ຫຼົບໄພ ແລະ ມີການບິແບ່ງໃຫ້ແກ່ກຳລັງກູ້ໄພກອງທັບເຮົາຢ່າງຕໍ່ເນື່ອງ ເປັນຕົ້ນ
ແມ່ນໄດ້ຮັບການສະໜັບສະໜູນອູ້ມຊູຈາກພາກປະຊາສັງຄົມທັງ ພາຍໃນ ແລະ ຕ່າງປະເທດເຊັ່ນ: ຫວ່າງສອງສາມວັນຜ່ານມານີ້ ກອງທັບເຮົາກໍໄດ້ຮັບ
ເຄື່ອງອຸປະໂພກ-ບໍລິໂພກຈາກມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ, ຈາກໄທ ພິບີເອສ ແລະ ເຄືອຂ່າຍສຶນາມິແຫ່ງປະເທດໄທໃຫ້ການຊ່ວຍເຫຼືອ
ເຊິ່ງວັດຖຸປັດໄຈເຫຼົ່ານັ້ນທາງສູນບັນຊາການພາກສະໜາມໄດ້ແບ່ງໃຫ້ແຕ່ລະກົມກອງຢ່າງທົ່ວເຖິງ.

     ໂອກາດດຽວກັນນີ້ ທ່ານຮອງນາຍົກ ຍັງໄດ້ເນັ້ນໃຫ້ຄະນະຊີ້ນຳພາກສະໜາມເຮັດວຽກງານແນວຄິດໃຫ້ພະນັກງານ-ນັກຮົບຢ່າງຕໍ່ເນື່ອງປັບປຸງສະຖານ
ທີ່ພັກອາໄສເບິ່ງແຍງສຸຂະພາບຊີວິດການເປັນຢູ່ຂອງພະນັກງານ-ນັກຮົບທີ່ເຂົ້າຮ່ວມພາລະກິດຊອກຄົ້ນກອບກູ້ຄັ້ງນີ້ໃຫ້ໄດ້ຮັບຜົນດີ.