ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຮັກສາການຫົວໜ້າການເມືອງ ແລະ ການ​ທະຫານກອງພົນທີ 2


ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກຳມະການຄະນະປະຈໍາພັກ ກະຊວງ, ຫົວໜ້າ ກົມໃຫຍ່ພະລາທິການກອງທັບ ​ເປັນ​ປະທານ

     ພິທີປະກາດການແຕ່ງຕັ້ງຮັກສາການ ຫົວໜ້າ ການເມືອງ ແລະ ຮັກສາການ ຫົວໜ້າ ການທະຫານ ກອງພົນທີ 2 ໄດ້ຈັດຂຶ້ນໃນ ວັນທີ 14 ກໍລະກົດ 2020, ຢູ່ທີ່ສະ
ໂມສອນກອງພົນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກຳມະການ ຄະນະປະຈໍາພັກ ກະຊວງ, ຫົວໜ້າ ກົມໃຫຍ່ພະລາທິການກອງທັບ,
ມີຄະນະປະຈຳພັກ ແຂວງໄຊຍະບູລີ, ຄະນະກົມຈາກ ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາກອງພົນ, ກອງບັນຊາການທະຫານແຂວງ, ປກສ ແຂວງ ແລະ ພະ
ນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກົມໃຫຍ່ ຫົວໜ້າ ກົມພະນັກ ງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະ
ຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາ ກອງພົນທີ 2, ໂດຍອີງຕາມກົດໝາຍຂອງນາຍທະຫານກອງທັບ ປະຊາຊົນລາວ ວ່າດ້ວຍການ ແຕ່ງຕັ້ງຍົກຍ້າຍ
ນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດ ຊາດ, ອີງຕາມການສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະທດຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ວຽງແກ້ວ ສີສຸລາດ
ຮັກສາການ ຫົວໜ້າ ການເມືອງ; ແຕ່ງຕັ້ງ ສະຫາຍ ພັນເອກ ຄຳດີ ໄຊຍະວົງ ຮັກສາການຫົວໜ້າ ການທະຫານ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ສອນເພັດ ຈັນສົມ ເປັນ ຫົວ
ໜ້າ ຫ້ອງເສນາທິການກອງພົນທີ 2. ການແຕ່ງຕັ້ງ ຄະນະບັນຊາ ກອງພົນທີ 2 ​ໃນ​ຄັ້ງ​ນີ້ກໍເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ກົດໝາຍນາຍທະຫານ
ເພື່ອປັບປຸງກໍ່ສ້າງກົມກອງຢູ່ ກອງພົນທີ 2 ໃຫ້ນັບມື້ມີຄວາມເຕີບໃຫຍ່ ເຂັ້ມແຂງ ກາຍເປັນກົມກອງທີ່ມີລະບຽບແບບແຜນທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ໄດ້ໂອ້ລົມຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາ ກອງພົນທີ 2 ເອົາໃຈໃສ່ຊີ້ນຳ-ນຳ
ພາ ແລະ ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເອົາໃຈໃສ່ປັບປຸງ ແບບແຜນວິທີເຮັດວຽກ
ໃຫ້ເປັນລະບົບ, ນຳພາບັນຊາເປັນໝູ່ຄະນະ ເຮັດວຽກຢ່າງມີແຜນການ, ມີປະຊາທິປະໄຕ ເພື່ອກ້າວເປັນ ກົມກອງທັນສະໄໝ ແລະ ເຂັ້ມແຂງ.