ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດຈັດງານໂຮມຊຸມນຸມ
ສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2017

     ງານໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບລະຫວ່າງ ລາວ-ຫວຽດນາມ 2017 ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2017
ນີ້, ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໂດຍການເຂົ້າຮ່ວມຂອງສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ,
ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ເຈີນ ວັນ ຕຸຍ ກຳມະການສູນກາງພັກຄອມມູນິດຫວຽດນາມ, ຄະນະປະຈຳສະ ພາແຫ່ງຊາດຫວຽດນາມ,
ສະຫາຍ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີສະຫາຍການນຳຈາກສູນກາງຊາວ
ໜຸ່ມ ປະຊາຊົນ ປະຕິວັດລາວ, ສະຫະພັນແມ່ຍິງລາວ, ແຂກຖືກເຊີນ ພ້ອມດ້ວຍການນຳ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າ
ຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມງານໂຮມຊຸມນຸມ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລະຫວ່າງລາວ-ຫວຽດນາມ 2017

     ບົດປາໄສກ່າວໃນພິທີ ສະຫາຍພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ຊີ້ໃຫ້ເຫັນວ່າ: ພະນັກງານ-ນັກຮົບທົ່ວກອງທັບ
ປະຊາຊົນລາວ ມີຄວາມເບີກບານມ່ວນຊື່ນເປັນຢ່າງຍິ່ງທີ່ໄດ້ພ້ອມກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງຈັດຕັ້ງສະເຫຼີມສະຫຼອງວັນເຊັນສົນທິ
ສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ລະຫວ່າງ 2 ຊາດ ລາວ-ຫວຽດ
ນາມ, ເຊິ່ງນອນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນຂອງ 2 ຊາດ ພວມຍາດໄດ້ຜົນງານ ແລະ ໄຊຊະນະໃໝ່ທີ່ຍິ່ງ
ໃຫຍ່ຫຼາຍດ້ານໃນການດຳເນີນພາລະ ກິດປ່ຽນແປງໃໝ່ຂອງແຕ່ລະປະເທດຢ່າງຄຶກຄື້ນ ແລະ ມີຄວາມໝາຍອັນເລິກເຊິ່ງ.


ຕັດແຖບຜ້າໄຂງານວາງສະແດງຮູບພາບຄວາມສາມັກຄີ ລາວ-ຫວຽດນາມ

     ພາຍຫຼັງສຳເລັດພິທີໂຮມຊຸມນຸມ, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ແລະ ສະຫາຍ ເຈີນ ວັນ ຕຸຍ ໄດ້ເຂົ້າຮ່ວມຕັດແຖບຜ້າໄຂງານວາງສະ
ແດງຮູບພາບກ່ຽວກັບຄວາມສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2017 ທີ່ຫໍພິພິທະພັນປະຫວັດສາດການທະຫານກອງທັບ ປະຊາຊົນລາວ ເຊິ່ງຈະ
ວາງສະແດງໃຫ້ມວນຊົນທົ່ວໄປໄດ້ເຂົ້າຊົມນັບແຕ່ມື້ນີ້ຈົນຮອດວັນທີ 5 ກັນຍາ 2017 ຈຶ່ງຈະອັດລົງ.