ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົດຕັງກອງທັບປະຊາຊົນລາວ ພ້ອມແລ້ວທີ່ຈະເຂົ້າຮ່ວມ
ແຂ່ງຂັນກີລາການທະຫານນາໆຊາດທີ່ ສ ຣັດເຊຍ


ລົດຕັງກອງທັບປະຊາຊົນລາວ ທີ່ຈະເຂົ້າຮ່ວມແຂ່ງຂັນກີລາການທະຫານນາໆຊາດທີ່ສະຫະພັນຣັດເຊຍ

     ກະຊວງປ້ອງກັນປະເທດໄດ້ຈັດຕັ້ງຫັດແອບທີມນັກກີລາລົດຕັງ ເພື່ອເຂົ້າຮ່ວມແຂ່ງກີລາການທະຫານນາໆຊາດທີ່ສະຫະພັນ ຣັດເຊຍ ເປັນເຈົ້າພາບ ແລະ ຈະໄດ້ຈັດຂຶ້ນ
ໃນເດືອນ ກໍລະກົດ 2019 ນີ້. ມາເຖິງປັດຈຸບັນນີ້ທີມນັກກີລາລົດຕັງກອງທັບປະຊາຊົນລາວແມ່ນມີຄວາມພ້ອມແລ້ວທີ່ຈະເຂົ້າຮ່ວມແຂ່ງຂັນ ພ້ອມທັງຕັ້ງເປົ້າໝາຍໃຫ້ໄດ້
ຜົນງານອັນໃໝ່ມາສູ່ກອງທັບ. ເຊິ່ງການຫັດແອບດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ມິຖຸນາ 2019 ນີ້, ຢູ່ທີ່ສະໜາມຫັດແອບວິທະຍາຄານກົມມະດຳ ໂດຍການເປັນກຽດເຂົ້າ
ຮ່ວມຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີຄະນະນໍາຈາກ 4 ກົມໃຫຍ່, ຫ້ອງ
ວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ແລະ ເເຂກທີ່ຖືກເຊີນເຂົ້າຮ່ວມ.

     ສະຫາຍ ພັນໂທ ສົມຊາຍ ຈັນທິຍະວົງ ຫົວໜ້າຄູເຝິກລົດຕັງກຽມເຂົ້າຮ່ວມກີລາການທະຫານນາໆຊາດທີ່ສະຫະພັນ ຣັດເຊຍ ໄດ້ໃຫ້ຮູ້ວ່າ: ການຫັດແອບຄັ້ງນີ້ ກໍເພື່ອ
ເຮັດໃຫ້ທີມນັກຂັບຂີ່ລົດຕັງ-ນັກຍິງຮັບຮູ້ ເຕັກນິກ, ວິທີການ, ລະບຽບການ ແລະ ກະຕິກາຕ່າງໆໃນການແຂ່ງຂັນເພື່ອໃຫ້ມີຄວາມຊຳນິຊໍານານໃນການໃຊ້ລົດຕັງແຕ່ລະ
ປະເພດ ແນໃສ່ກຽມພ້ອມເຂົ້າຮ່ວມແຂ່ງຂັນກີລາການທະຫານນາໆຊາດທີ່ສະຫະພັນ ຣັດເຊຍ ເປັນເຈົ້າພາບ ແລະ ຈະຈັດຂຶ້ນໃນເດືອນ ກໍລະກົດ ນີ້, ໃນການຫັດແອບຄັ້ງ
ນີ້ເຫັນວ່າ: ບັນດານັກຂັບຂີ່ລົດຕັງ, ນັກຍິງແມ່ນມີແນວຄິດການເມືອງໜັກແໜ້ນ, ມີຄວາມຫ້າວຫັນໃນການເຝິກຊ້ອມ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວິຊາສະເພາະ
ຂອງຕົນ. ສຳລັບທີມງານທີ່ຈະເດີນທາງໄປຮ່ວມແຂ່ງຂັນຕົວຈິງມີ 21 ສະຫາຍ, ໃນນັ້ນມີຫົວໜ້າຄະນະ 3 ສະຫາຍ, ເຕັກນິກ 6 ສະຫາຍ, ຜູ້ບັນຊາ 4 ສະຫາຍ, ນັກຂັບ
ຂີ່ 4 ສະຫາຍ ແລະ ນັກຍິງ4 ສະຫາຍ. ການຫັດແອບຂອງນັກກີລາລົດຕັງໃນຄັ້ງນີ້ມີສອງລາຍການຄື: ການຜ່ານສິ່ງຂີດຂວາງລົດ T72, ມີ 8 ສິ່ງຂີດຂວາງ, ຍິງສະແດງ
ປືນ 12,7 ມມ, 7,6 ມມ ຢູ່ເທິງລົດ T54, ຜ່ານການຫັດແອບຕົວຈິງສາມາດຕີລາ ຄາດັ່ງນີ້: ດ້ານຂັບຂີ່ໄດ້ 85-90%, ນັກບັນຊາ 90% ແລະ ນັກຍິງ 95% ມາຮອດ
ປັດຈຸບັນນີ້ການຫັດແອບເຂົ້າຮ່ວມແຂ່ງຂັນກີລາການທະຫານນາໆຊາດທີ່ສະຫະພັນ ຣັດເຊຍ ພ້ອມແລ້ວ 90%.

     ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກໍໄດ້ມີຄໍາເຫັນໂດຍໄດ້ກ່າວວ່າ: ການໄປເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສໍາຄັນ ເພາະເປັນການປະ
ກອບສ່ວນໃນການເພີ່ມພູນຄູນສ້າງໂດຍກົງໃນການຮ່ວມມືທາງດ້ານການທະຫານ ລາວ-ຣັດເຊຍ ພ້ອມທັງໄດ້ຮຽກຮ້ອງໃຫ້ທີມງານທີ່ຈະເດີນເຂົ້າຮ່ວມແຂ່ງ ຂັນໃນຄັ້ງນີ້
ສືບຕໍ່ຮັກສາມູນເຊື້ອທີ່ຍາດມາໄດ້ໃນໄລຍະຜ່ານມາ, ສູ້ຊົນສ້າງໃຫ້ໄດ້ຜົນງານອັນໃໝ່ມາໃຫ້ປະເທດຊາດ ກໍຄືກອງທັບປະຊາຊົນລາວ.