ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວພກ ສຳເລັດການຈັດຕັ້ງປ້ອງກັນບົດ ໂຄງການສອບເສັງ
ຈົບຊັ້ນລະດັບຊາດ ສົກສຶກສາ 2016-2017

     ໃນລະຫວ່າງວັນທີ 12-16 ມິຖຸນາ ຜ່ານມານີ້, ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ຈັດຕັ້ງປ້ອງກັນບົດໂຄງການຈົບຊັ້ນລະດັບຊາດ ສົກ
ສຶກສາປະຈຳປີ 2016-2017 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະການຄະນະພັກກະຊວງປ້ອງ
ກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ພັນເອກ ແສງຈັນ ແກ້ວປັນຍາ ເລຂາຄະນະພັກ ຫົວໜ້າການເມືອງ ວພກ, ມີພັນເອກ ປອ ບົວ
ເຮືອງ ສົມຟອງ ບຸດຕາຂັນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ວພກ ພ້ອມດ້ວຍຄະນະຮັບຜິດຊອບຄູ-ອາຈານ ຕະຫຼອດຮອດບັນດາແຂກທີ່ຖືກເຊີນ
ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.


ພົນຈັດຕະວາ ຄຳເພັດ ສີຊານົນ ເປັນປະທານຈັດຕັ້ງປ້ອງກັນບົດໂຄງການຈົບຊັ້ນລະດັບຊາດສົກສຶກສາ 2016-2017

     ການຈັດຕັ້ງປ້ອງກັນບົດວິທະຍານິພົນຄັ້ງນີ້ ດຳເນີນເປັນເວລາ 5 ວັນຈຶ່ງສຳເລັດ, ຜ່ານການປ້ອງກັນບົດສາມາດບັນລຸໄດ້ເປົ້າໝາຍໄດ້ 100% ໃນ
ນັ້ນມີຫ້ອງບຳລຸງເສນາພະລາລະບົບເລັ່ງລັດ 5 ເດືອນ, ມີນັກສຶກສາ ເຂົ້າຮ່ວມສອບເສັງຈຳນວນ 60 ສະຫາຍ ສາມາດສອບເສັງໄດ້ຄະແນນດີເລີດ 18 ສະ
ຫາຍ ເທົ່າກັບ 30%, ດີຫຼາຍ 42 ສະຫາຍ ເທົ່າກັບ 70%, ປະລິນຍາຕີເຊື້ອໄຟ ມີນັກສຶກສາເຂົ້າຮ່ວມສອບເສັງ ຈຳນວນ 15 ສະຫາຍ ສາມາດສອບເສັງ
ໄດ້ຄະແນນດີເລີດ 6 ສະຫາຍ ເທົ່າກັບ 31,57%, ດີຫຼາຍ 13 ສະຫາຍ ເທົ່າກັບ 68,43%, ມີຫ້ອງກໍ່ສ້າງປະລິນຍາຕີຍຸດໂທ ນັກສຶກສາເຂົ້າຮ່ວມ ຈຳ
ນວນ 15 ສະຫາຍ, ສາມາດສອບເສັງໄດ້ຄະແນນດີ ເລີດ 2 ສະຫາຍ ເທົ່າກັບ 13,33%, ດີຫຼາຍ 12 ສະຫາຍ ເທົ່າກັບ 80%, ດີ 1 ສະຫາຍ ເທົ່າກັບ
6,67%, ມີຫ້ອງກໍ່ສ້າງປະລິນຍາຕີເສນາພະລາ ມີນັກສຶກສາເຂົ້າຮ່ວມສອບເສັງ ຈຳນວນ 20 ສະຫາຍ, ສາມາດເສັງໄດ້ຄະ ແນນດີເລີດ 15 ສະຫາຍ ເທົ່າ
ກັບ 75%, ດີຫຼາຍ 5 ສະຫາຍ ເທົ່າກັບ 25%, ມີຫ້ອງກໍ່ສ້າງປະລິນຍາຕີອຸປະໂພກ-ບໍລິໂພກ ສາມາດບັນລຸໄດ້ 63%, ເສັງໄດ້ຄະແນນດີຫຼາຍ 7 ສະຫາຍ
ເທົ່າກັບ 36,85%.

     ຕອນທ້າຍ ຍັງໄດ້ຈັດຕັ້ງກອງປະຊຸມສະຫຼຸບຕີລາຄາຖອດຖອນບົດຮຽນເຖິງຜົນໄດ້ຮັບໃນການຈັດຕັ້ງປ້ອງກັນບົດວິທະຍານິພົນໂຄງການສອບເສັງຈົບ
ຊັ້ນລະດັບຊາດປະຈຳສົກສຶກສາ 2016-2017 ເຫັນວ່າບັນດາ ນັກສຶກສາແມ່ນມີແນວຄິດຫ້າວຫັນ, ມີຄວາມອົດທົນເຂົ້າໃນການຄົ້ນຄວ້າຮໍ່າຮຽນ ແລະ
ກຳໄດ້ເນື້ອໃນທາງພາກທິດສະດີ, ຂໍ້ກຳນົດ-ກົດລະບຽບການຄຸ້ມຄອງບົດໃນຄັ້ງນີ້ ຮັບປະກັນໄດ້ 100%.