ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກ ກມທ ຕີລາຄາການນຳພາຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ

     ຄະນະພັກກົມໃຫຍ່ການເມືອງກອງທັບ ໄດ້ດຳເນີນກອງປະຊຸມຕີລາຄາການນໍາພາຈັດຕັ້ງປະຕິບັດວຽກງານຂົງເຂດຕ່າງໆໄລຍະ 6 ເດືອນຕົ້ນປີ ແລະ
ວາງທິດທາງແຜນການໃນ 6 ເດືອນທ້າຍປີ 2017 ໂດຍການ ເປັນປະທານຂອງ ສະຫາຍ ພົນຕີ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະປະຈໍາພັກ ແລະ ກຳມະການຄະນະພັກກົມໃຫຍ່
ການເມືອງເຂົ້າຮ່ວມ.


ພົນຕີ ວິໄລ ຫຼ້າຄໍາຟອງ ເປັນປະທານກອງປະຊຸມຕີລາຄາການນໍາພາຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປ

     ເນື້ອໃນກອງປະຊຸມຄັ້ງນີ້ ແມ່ນສະຫຼຸບຕີລາຄາຄືນການນໍາພາຂອງຄະນະພັກຂັ້ນຕົນຕໍ່ຂົງເຂດຕ່າງໆໃນໄລຍະ 6 ເດືອນຜ່ານມາ, ບົນຈິດໃຈໃຫ້ມີ
ຄວາມເປັນເອກະພາບໃນການຕີລາຄາສະພາບການຈັດຕັ້ງຊີ້ນໍາ-ນໍາພາ, ມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນ
ອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງອັດຕັນຄົງຄ້າງຕ່າງໆ ກໍຄືການແກ້ໄຂວຽກຈຸດສຸມໃນຕໍ່ໜ້າໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງໃນ
ທົ່ວກົມໃຫຍ່ການເມືອງກອງທັບ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກກະຊວງປ້ອງກັນປະເທດດ້ວຍຈິດໃຈບຸກ
ທະລຸ, ເຮັດໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ. ສ່ວນທິດທາງວຽກງານໃນ 6 ເດືອນທ້າຍປີນັ້ນຄະນະພັກກົມໃຫຍ່ການເມືອງ
ກອງທັບ ຍັງໄດ້ສຸມໃສ່ຊີ້ນຳການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກກະຊວງປ້ອງ
ກັນປະເທດ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບໃຫ້ເຂົ້າສູ່ຊີວິດຕົວຈິງ, ສືບຕໍ່ກໍາແໜ້ນສະພາບແນວຄິດ
ຂອງພະນັກງານ-ນັກຮົບໃນອົງການກົມກອງ ເພື່ອສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ຖືກເປົ້າໝາຍມີເນື້ອໃນເລິກເຊິ່ງ ແນໃສ່ຍົກສູງສະຕິຊາດ,
ເອກະລາດ, ເປັນເຈົ້າຕົນເອງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກມີຈິດໃຈຟົດຟື້ນປະຕິວັດ, ຈໍາແນກມິດ-ສັດຕູຈະແຈ້ງ, ມີສະຕິເຄົາລົບລະບຽບ
ວິໄນຂອງກອງທັບຢ່າງເຂັ້ມງວດ ແລະ ຕ້ານປາກົດການຫຍໍ້ທໍ້ຕ່າງໆຢູ່ກົມກອງ ກໍຄືທົ່ວກອງທັບໃຫ້ໝົດໄປເທື່ອລະກ້າວ.

     ໂອກາດດັ່ງກ່າວ ສະຫາຍ ພົນຕີ ວິໄລ ຫຼ້າຄໍາຟອງ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບ ສຸມສະຕິ
ປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນຕ່າງໆຂອງກອງປະຊຸມ, ໃນນີ້ວຽກງານຈຸດສຸມສຳຄັນແມ່ນຍູ້ຂະບວນການຫ້າງຫາກະ
ກຽມໃຫ້ແກ່ການສະເຫຼີມສະຫຼອງປີສາມັກຄີ-ມິດຕະພາບ ລາວ-ຫວຽດນາມ 2017 ຄື: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 55
ປີ, ວັນເຊັນສົນທິສັນຍາຮ່ວມມືຮອບດ້ານລາວ-ຫວຽດນາມ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະມາເຖິງໃຫ້
ບັນລຸໝາກຜົນຕົວຈິງ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.